ເມົາແລ້ວຂັບຂີ່ລົດຈັກກາຍໂຄ້ງເສຍຊີວິດຄາທີ່

ບັນຫາອຸປະຕິເຫດເກີດຂຶ້ນຕາມທ້ອງຖະໜົນ, ປັດຈຸບັນຍັງສືບຕໍ່ເກີດຂຶ້ນຫຼາຍ ແລະ ນັບມື້ຮຸນແຮງ ຍ້ອນນັກຂັບຂີ່ສ່ວນຫຼາຍດຶ່ມສີ່ງມືນເມົາແລ້ວຂັບຂີ່ລົດແລ່ນດ້ວຍຄວາມໄວ,ຂາດສະຕິ, ບໍ່ເຄົາລົບກົດລະບຽບຈະລາຈອນ ຈຶ່ງພາໃຫ້ເກີດອຸປະຕິເຫດ,ຄືດັ່ງເຫດການທີ່ເກີດຂຶ້ນໃນເວລາ 19 ໂມງ 30 ນາທີຂອງວັນ 05 ພະຈິກ 2017 ໄດ້ເກີດອຸປະຕິເຫດລົດຈັກກາຍໂຄ້ງ ຢູ່ເສັ້ນທາງເລກ4Rເຂດບ້ານນໍ້າຊົ້ງ ເມືອງປາກລາຍ ແຂວງໄຊຍະບູ.

ຜ່ານການລົງກວດກາ ຊັນລະສູດ ສະຖານທີ່ເກີດເຫດຕົວຈິງຂອງເຈົ້າໜ້າທີ່ກອງຕຳຫຼວດຈະລາຈອນກັນ ແລະ ມອດໄຟ ກອງບັນຊາການປກສເມືອງປາກລາຍ ຄອບຄົວຂອງຜູ່ຖຶກເຄາະຮ້າຍໄດ້ບອກວ່າ: ກ່ອນເກີດເຫດໃນວັນທີ 05 ພະຈິກ 2017 ທ້າວ ລອດ ໄຊສະຫວັນ ອາຍຸ 24 ປີ, ປະຊາຊົນບ້ານແສງລາຍ ເມືອງປາກລາຍ ໄດ້ຂັບຂີ່ລົດຈັກ ຍີ່ຫໍ້ ສຸສຸກີ ສະເມດ ສີດຳແດງ ໝາຍເລກທະບຽນ ຈສ 9055 ໄຊຍະບູລີ ອອກຈາກບ້ານໄປດຶ່ມເຫົ້າສ້າງສັນນຳໝູ່ຄູ່ພັກພວກຢູ່ຝາຍນໍ້າປິງ,ພໍຮອດຕອນແລງຈຶ່ງຂີ່ລົດຈັກກັບບ້ານຄົນດຽວ, ບວກກັບສະພາບຄວາມມຶ່ນເມົາພໍຂີ່ລົດຮອດທາງໂຄ້ງສາມແຍກເຂົ້າໂຮງເລືາອຍຄົກໂອເວລາປະມານ 19 ໂມງ 30 ນາທີ ຜູ້ກ່ຽວລຶມສະຕິໄດ້ຂີ່ລົດກາຍໂຄ້ງ ອອກນອກທາງ ໄປຕຳໃສ່ເສົາໄຟຟ້າ ແລ້ວໄດ້ເສຍຊີວິດຄາທີ່ ສ່ວນພະຫານະລົດຈັກແມ່ນເປ່ເພເລັກນ້ອຍ ປັດຈຸບັນເຈົ້າໜ້າທີ່ ປກສ ເມືອງປາກລາຍໄດ້ມອບຄືນໃຫ້ພໍ່ແມ່ຜູ່ປົກຄອງໄປທຳພິທີທາງສາດສະໜາຕາມຮີດຄອງປະເພນີ, ສາຍເຫດທີ່ພາໃຫ້ເກີດອຸປະຕິເຫດໃນຄັ້ງນີ້ ແມ່ນເກີດຈາກການດຶ່ມສີ່ງມືນເມົາແລ້ວຂັບຂີ່ລົດ ແລ່ນດ້ວຍຄວາມໄວ້ ແລະ ຂາດສະຕິໃນການຂັບຂີ່.
ຂ່າວ: ໄຊຍະບູລີ