ປະຫວັດຫຍໍ້ ນະຄອນຫລວງວຽງຈັນ





ທົ່ງພຽງວຽງຈັນຖຶກຮັບຮູ້ວ່າ ມີ ມະນຸດອາໄສຢູ່ມາແລ້ວກວ່າ 500 000 ປີ ແລະ ໄດ້ຖຶກສັນນິຖານ ວ່າ ວຽງຈັນ ໄດ້ກາຍເປັນບ້ານມາ ກວ່າ 2000 ປີແລ້ວ ຊຶ່ງມີການປົກຄອງກັນມາແບບເຈົ້າກົກ ເຈົ້າເຫຼົ່າ ແລະ ຄ່ອຍໆພັດທະນາມາເປັນເມືອງ ຊຶ່ງແມ່ນ ພະຍາເຈົ້າເມືອງເປັນຜູ້ປົກຄອງ. ໃນລະຫວ່າງ ສະຕະວັດທີ 1 ເຖິງ 10 ເມືອງວຽງຈັນ ໄດ້ພັດທະນາເປັນຕົວເມືອງ ໂດຍແມ່ນ ທ້າວ ບູລິຈັນ ຫລື ພະຍາຈັນທະບູລີ ປະສິດ ທິສັກ ເປັນພະຍາປົກຄອງ ສະນັ້ນ ເມືອງວຽງຈັນໃນໄລຍະນີ້ ຈຶ່ງໃສ່ຊື່ວ່າ: ເມືອງ ຈັນທະບູລີ ຕາມຊື່ນາມມະຍົດຂອງ ບູລີຈັນ (ບູລີ ແປວ່າ: ນະຄອນ ຫລື ວຽງ, ບູລີຈັນ ແປວ່າ: ວຽງຈັນ ນັ້ນເອງ) ນັບແຕ່ນັ້ນມາ ເມືອງວຽງຈັນ ກໍໄດ້ມີ ປະຫວັດ ການພັດທະນາ ຊຶ່ງໃນຊ່ວງສະຕະວັດທີ 12 ເມືອງວຽງຈັນ ຈຶ່ງໄດ້ຖຶກຂື້ນກັບ ອານາ ຈັກ ຂະເໝນ ອີກ ຈົນພາຍຫລັງເຈົ້າໄຊຍະວໍລະມັນທີ 7 ໄດ້ສິ້ນພະຊົນ ເຮັດໃຫ້ອໍານາດ ຂອງ ຂະເໝນ ຊຸດໂຊມລົງ ແລະ ເມືອງວຽງຈັນ ກໍສືບຕໍ່ເປັນເອກະລາດ (ນະຄອນລັດ) ໄປອີກ ໄລຍະໜຶ່ງຄຽງຄູ່ກັບ ເມືອງວຽງຄໍາ ແລະ ເມືອງດ່ານໜ້າ. ມາເຖິງສະໄໝພະຍາ ຟ້າຫລ້າ ແຫລ່ງທໍລະນີ ສີສັດຕາ ຄະນະຫຸດ (ເຈົ້າຟ້າງຸ່ມ) ທ້ອນໂຮມອານາຈັກລາວລ້ານຊ້າງ ແລະ ປະກາດເປັນເອກະລາດ ໃນສະຕະວັດທີ 14 (ປີ 1353), ເມືອງວຽງຈັນ ກໍແມ່ນໜຶ່ງໃນອານາ ເຂດອານາຈັກລາວລ້ານຊ້າງ ຊຶ່ງ ເຈົ້າຟ້າງຸ່ມ ໄດ້ແຕ່ງຕັ້ງ ເຈົ້າໝຶ່ນຈັນ (ບາຄຸ້ມ) ປົກຄອງເມືອງ ວຽງຈັນ.ຫລັງຈາກນັ້ນ, ເມືອງ ວຽງຈັນ ກໍໄດ້ສືບຕໍ່ພັດທະນາ ແລະ ມີການປ່ຽນເຈົ້າເມືອງ ເຖິງ 6 ຊົ່ວຄົນ ກ່ອນຈະມາເຖິງສະໄໝ ເຈົ້າໄຊເສດຖາທິລາດປົກຄອງອານາຈັກລາວລ້ານຊ້າງ ແລະ ລົງມາສ້າງຕັ້ງນະຄອນຫລວງຢູ່ ເມືອງ ວຽງຈັນ ໃນປີ ຄສ 1560 ຊຶ່ງເພິ່ນໄດ້ອັງເຊີນເອົາ ພະແກ້ວມໍລະກົດ ແລະ ພະແຊກຄໍາ ລົງມາ ປະທັບ ເປັນຂວັນເມືອງວຽງຈັນ ນັບແຕ່ນັ້ນມາ, ແລະ ເມືອງວຽງຈັນ ກໍ່ສືບຕໍ່ ເປັນນະຄອນຫລວງ ຂອງອານາຈັກລາວລ້ານຊ້າງ ຈົນເພີ່ນໄດ້ສິ້ນ ພະຊົນ, ເສນາບໍດີຜູ້ໃຫຍ່ກໍຍາດຊິງອໍານາດ ເຮັດໃຫ້ ສັດຕູພາຍນອກເຂົ້າມາຮຸກຮານ ແລະ ອານາຈັກລາວລ້ານຊ້າງກໍການເປັນເມືອງຂື້ນຂອງ ພະມ້າ ເປັນເວລາ 28 ປີ ຈຶ່ງບໍ່ມີການພັດ ທະນາ ໃດໆໃນເວລານັ້ນ.


ມາເຖິງສະໄໝເຈົ້າສຸລິຍະວົງສາ ທໍາມິກະລາດ ປົກຄອງອານາຈັກລາວລ້ານຊ້າງ (ຄສ 1638-1690), ນະຄອນຫລວງວຽງຈັນກໍ່ໄດ້ກັບມາຮຸ່ງເຮືອງເຫລືອງເຫລື້ອມໃນທຸກດ້ານ ໂດຍ ສະເພາະ ແມ່ນທາງດ້ານ ພຸດທະສາດສະໜາ ຈົນທ່ານ ວັນ ວູດສະໂຕບ ຊາວໂຮນລັງ ທີ່ມາລາວໃນປີ ຄສ 1641 ໄດ້ຍ້ອງຍໍວ່າ: ພຸດທະສາດສະໜາຈະເລີນຮຸ່ງເຮືອງຫລາຍ, ພະສົງໃນນະຄອນຫລວງວຽງຈັນ ມີຫລາຍກວ່າທະຫານ ໃນກອງ ທັບຂອງພະເຈົ້າແຜ່ນດິນ ເຢຍລະມັນ ອີກຊໍ້າ, ມີວັດວາອາຣາມໃຫຍ່ ແລະ ງົດງາມກວ່າປະເທດອື່ນໆ ການສຶກສາຮ່ໍາຮຽນກໍສໍາຄັນກວ່າປະເທດອື່ນໆ ດ້ວຍເຫດນີ້ຈຶ່ງມີ ພະສົງຈາກປະເທດສະຫຍາມ, ຂະເໝນ ມາສຶກສາຢູ່ທີ່ນີ້ເຖິງ 10 ເຖິງ 12 ປີ ກ່ອນຈະສໍາເລັດ. ມາເຖິງປີ ຄສ 1778, ກອງທັບສະຫຍາມໄດ້ມາໂຈມຕີນະຄອນຫລວງວຽງຈັນ, ຈູດເຜົາລາດຊະວັງ ຫລວງ, ຫໍໂຮງຜູ້ໃຫຍ່, ຫໍພະແກ້ວ ແລະ ກວດຕ້ອນເອົາເຊື້ອກະສັດ, ເສນາບໍດີ ແລະ ປະຊາຊົນ ໄປ ສະຫຍາມກວ່າແສນຄົນ. ພາຍໃຕ້ການນໍາພາຂອງເຈົ້າອານຸວົງ, ປະຊາຊົນລາວໄດ້ລຸກຮື້ຂື້ນ ເພື່ອກອບກູ້ເອກະລາດ ຈາກນັ້ນປີ 1827 ກອງທັບສະຫຍາມໄດ້ກັບມາໂຈມຕີນະຄອນຫລວງວຽງຈັນ ອີກຄັ້ງໃໝ່ ຊຶ່ງຈູດ ເຜົານະຄອນຫລວງວຽງຈັນຈົນຮາບກ້ຽງ ແລະ ກວາດຕ້ອນປະຊາຊົນລາວໄປ ສະຫຍາມອີກຮອບໃໝ່. ນັບແຕ່ປີ 1828 ເຖິງ 1893 (65 ປີ), ນະຄອນຫລວງວຽງຈັນ ໄດ້ກາຍ ເປັນເມືອງຮ້າງທີ່ງຽບເຫງົາທີ່ສຸດ.

ແຕ່ປີ 1893 – 1975 ແມ່ນໄລຍະທີ່ປະເທດ ແລະ ປະຊາຊົນລາວ ຕໍ່ສູ້ກູ້ເອກະລາດ ຕ້ານການ ຮຸກຮານຂອງຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່ຈາກຕ່າງດ້າວ. ຈົນເຖິງມາວັນທີ 2 ທັນວາ 1975 ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ. ນັບແຕ່ນັ້ນມານະຄອນຫລວງວຽງຈັນກໍໄດ້ຮັບການຟື້ນຟູບູລະນະ ແລະ ພັດທະນາທາງ ດ້ານເສດຖະກິດ, ສັງຄົມ, ວັດທະນະທໍາ ແລະ ກາຍເປັນນະຄອນຫລວງວຽງຈັນ ຂວັນໃຈຂອງ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດຈົນມາເຖິງທຸກວັນນີ້.
ແຫຼ່ງທີ່ມາ : ເລົ່າເລື່ອງເມືອງລາວ ເລົ່າເລື່ອງເມືອງລາວເລົ່າເລື່ອງເມືອງລາວ

Powered by Blogger.