8ເທັກນິກງ່າຍໆການແຕ່ງຫ້ອງນອນໃຫ້ເບິ່ງຄືກວ້າງ
ການນອນໃນຫ້ອງນອນນ້ອຍໆນັ້ນ
ຈະເຮັດໃຫ້ເຮົາຮູ້ສຶກອຶດອັດ
ພຽງແຕ່ເຮົາຮູ້ຈັກເທັກນິກໃນການແຕ່ງຫ້ອງນອນກໍ່ຈະເຮັດໃຫ້ຫ້ອງນອນເຮົາເບິ່ງຄືກວ້າງຂື້ນໂດຍທີ່ບໍເສຍຄ່າໃຊ້ຫຼາຍໃນການຕໍ່ເຕີມຫ້ອງນອນເລີຍ
ມື້ນີ່ເຮົາມີເທັກນິກໃນການແຕ່ງຫ້ອງນອນມາໃຫ້ທຸກຄົນໄປເບິ່ງເລີຍວ່າມີຫຍັງແດ່
1. ສ້າງບ່ອນເກັບເຄື່ອງໃຫ້ເປັນລະບຽບ
ມີບ່ອນເກັບເຄືອງຂອງກະຈຸກກະຈິກໃຫ້ພົ້ນສາຍຕາແລະເປັນເປັນລະບຽບແລະຕ້ອງບໍ່ກິນພື້ນທີ່ຫຼາຍອາດຈະໃຊ້ເຟີນິເຈີແບບບິວທ໌ອິນ
2
ເລືອກໂທນສີໃຫ້ເໝາະສົມກັບຫ້ອງນອນ ໂດຍສະເພາະຫ້ອງແຄບໆ ຫາກໃຊ້ໂທນສີເຂັ້ມໆກໍ່ຈະເຮັດໃຫ້ຫ້ອງເບິ່ງຄືແຄບລົງໄປອີກ
ຄວນເລືກໂທນສີອ່ອນໆ ໂທນສີໂປ່ງໃສ ເຊັ່ນ ສີຂາວ ສີຄຣີມ
3 ຈັດພື້ນທີ່ໃດໜຶ່ງໃຫ້ເປັນແກລໍຣີ່ໂດຍສະເພາະ
ອາດຈະໃຊ້ຝາໃດຝາໜື່ງຂອງຫ້ອງໃນການຕົກແຕ່ງດ້ວຍຮູບພາບຫຼືພາບຖ່າຍໃຫ້ເປັນມູມແກລໍຣີ່ໄປເລີຍ
4
ແບ່ງປັນພື້ນທີ່ໂດຍບໍ່ໃຊ້ຝາກັ້ນ ຄວນເປີດພື້ນທີ່ໃຫ້ໂລ່ງຫຼາຍທີ່ສຸດ
ຫາກຕ້ອງການແບ່ງສະສ່ວນໃນຫ້ອງ
ອາດຈະໃຊ້ວິທີປູພົມດ້ວຍສີທີ່ແຕກຕ່າງກັນຫຼືຈະໃຊ້ສາກກັ້ນທີ່ສາມາດເກັບພັບໄດ້
5
ວາງຕໍ່າແໜ່ງຕຽງນອນໃຫ້ຖືກ ຄວນວາງຕຽງໃຫ້ເຂົ້າມຸມຫ້ອງ ບໍຂວາງທາງຍ່າງຫຼືປະຕູ
ຈະເຫຼືອພື້ນທີ່ທາງຂ້າງໄວ້ວາງເຟີນີເຈີເພີ່ມຫຼືເປັນບ່ອນນັ່ງຫຼີ້ນແທນ
6. ເຄື່ອງທີ່ຕົກແຕ່ງຫ້ອງຕ້ອງມີໜ້ອຍຢ່າງ
ເຄື່ອງຂອງອັນໃດທີ່ບໍ່ໄດ້ໃຊ້ງານຫຼືບໍມີປະໂຫຍດຄວນເອົາອອກໃຫ້ໝົດຈົ່ງແຕ່ສິ່ງທີ່ໄດ້ໃຊ້ງານຈະເຮັດໃຫ້ຫ້ອງຂອງເຮົາກວ້າງຂື້ນຫາກເກັບສິ່ງເຫຼົ່ານີ້ໄດ້
7.
ຕົກແຕ່ງດ້ວຍແວ່ນຊ່ວຍຂະຫຍາຍພື້ນທີ່ໃຫ້ເບິ່ງຄືກວ້າງ ການນໍາເອົາແວ່ນຫຼືເຟີນີເຈີທີ່ທີ່ມີແວ່ນມາວາງຕົກແຕ່ງໃນຫ້ອງຈະຊ່ວຍໃຫ້ຮູ້ສຶກທາງສາຍຕາວ່າກວ້າງຂື້ນ
8
ການເລືອກເຟີນີເຈີທີ່ມີຟັງຊັ່ນຫຼາຍ ເຟີນີເຈີທຸກມື້ນີ້ຖືກອອກແບບມາໃຫ້ມີປະໂຫຍດໃນການໃຊ້ສອຍຫຼາຍຂື້ນເຊັ່ນ
ຕຽງທີ່ມີລີ້ນຊັກອອກມາໄດ້ ເປັນຕົ້ນ