300,000 ກວ່າລາຍຊື່ ລົງນາມຖອນລາງວັນໂນເບລ ສາຂາສັນຕິພາບ ອອກຈາກ ອອງຊານຊູຈີ


ເມື່ອວັນທີ 5 ກັນຍາ 2017 ທີ່ຜ່ານມາ ສຳນັກຂ່າວ ລັດເຊຍ ໂກຣດແມນ ແລະ ນິວຢອກທາມ ໄດ້ລາຍງານວ່າ ບໍ່ພໍເທົ່າໃດອາທິດທີ່ຜ່ານມາທະຫານມຽນມາໃນລັດຖະບານ ທ່ານນາງ ອອງຊານຊູຈີ ໄດ້ບຸກເຂົ້າໂຈມຕີຖານທີ່ໝັ້ນສຳຄັນກຸ່ມກໍ່ການຮ້າຍ ອາຣະກັນຊາວໂຣຮິນຢາ ເຮັດໃຫ້ມີແມ່ຍິງ ແລະ ເດັກນ້ອຍຊາວໂຣຮິນຢາຖືກທາລຸນ ແລະ ຖືກຂ້າເປັນຈຳນວນຫຼາຍ.
ຕາມທີ່ຄະນະກຳມະທິການຍຸໂລບໂຣຮິນຢາ (ERC ຍຸໂລບໂຣຮິນຢາ Council) ລາຍງານສະຖິຕິສະເພາະນັບຕັ້ງແຕ່ວັນທີ 25-27 ສິງຫາ 2017 ພຽງເວລາ 3 ມື້ ມີຊາວໂຣຮິນຢາກວ່າ 3,000 ຄົນຖືກຂ້າຕາຍ, ໝູ່ບ້ານຖືກເຜົາທຳລາຍ ໂດຍທະຫານຂອງມຽນມາໄດ້ໃຫ້ເຫດຜົນວ່າ ທີ່ເຮັດລົງໄປເພື່ອຕໍ່ຕ້ານການກໍ່ການຮ້າຍ ແລະ ໃນຂະນະນີ້ມີຜູ້ລີ້ໄພຊາວໂຣຮິນຢາກວ່າ 18,000 ຄົນ.
ລາງວັນໂນເບລສາຂາສັນຕິພາບ ທີ່ທ່ານ ນາງ ອອງຊານຊູຈີ ໄດ້ຮັບ ເປັນລາງວັນທີ່ມອບໃຫ້ຄົນທີ່ມີຜົນງານໂດດເດັ່ນໃນດ້ານການສ້າງມິດຕະພາບລະຫວ່າງຄົນ ຄົນທີ່ໄດ້ຮັບລາງວັນນີ້ຄວນຈະຕໍ່ສູ້ເພື່ອປົກປ້ອງ ແລະ ສົ່ງເສີມຄຸນຄ່າສິດທິມະນຸດເພື່ອໃຫ້ເກີດຄວາມສະຫງົບສຸກ ເມື່ອເກີດເຫດອາດຊະຍາກຳຮ້າຍແຮງຕໍ່ຊາວໂຣຮິນຢາ ໃນປະເທດມຽນມາ ອອງຊານຊູຈີ ກໍ່ຄວນຈະຫາແນວທາງແກ້ໄຂ ແຕ່ເມື່ອໄດ້ຮັບລາງວັນໂນເບລສາຂາສັນຕິພາບ ໄປແລ້ວບໍ່ສາມາດທີ່ຈະສາມາດປະຕິບັດຕາມໄດ້ລາງວັນນີ້ກໍ່ຄວນຈະຖືກຖອນຄືນ ໂດຍຄະນະກຳມາທິການໂນເບລ ເຊິ່ງປັດຈຸບັນມີຄົນລົງລາຍຊື່ກວ່າ 300,000 ຄົນ ຍື່ນໜັງສືຫາຄະນະກຳມະທິການໂນເບລ ໃຫ້ຖອດຖອນລາງວັນນີ້ຈາກອອງຊານຊູຈີ.
Powered by Blogger.