ຜົມເງົາງາມບໍ່ແຕກປາຍພຽງໃຊ້ ຫົວສີໄຄ

ເຊື່ອວ່າສາວໆຫຼາຍຄົນຢາກມີເສັ້ນຜົມທີ່ແຂງແຮງ ບໍ່ແຕກປາຍ ອີກທັ້ງຜົມນຸ່ມສວຍງາມ ແລະ ບໍ່ຫຍຸ້ງ ເຮົາຂໍແນະນຳສູດເບິ່ງແຍງເສັ້ນຜົມ ໃຫ້ມີສຸຂະພາບດີດ້ວຍຫົວສີໄຄ ພືດຜັກສະໝຸນໄພໃນສວນ ທີ່ມີປປະໂຫຍດຕໍ່ເສັ້ນຜົມ ຫົວສີໄຄ ເປັນພືດສະໝຸນໄພພື້ນບ້ານທີ່ມີຄຸນສົມບັດຊ່ວຍບຳລຸງເສັ້ນຜົມ ປ້ອງກັນຜົມແຕກແຫ້ງ ຜົມບາງ ຜົມຫຼົ່ນ ຊ່ວຍໃຫ້ຜົມນຸ່ມສວຍງາມ ເງົາງາມເປັນທຳມະຊາດ ແລະ ຊ່ວຍໃຫ້ເສັ້ນຜົມບໍ່ຂາດງ່າຍ ເນື່ອງຈາກຫົວສີໄຄມີສານອາຫານສຳຄັນຄື ວິຕາມິນຊີ ເອ ແລະ ມີສ່ວນປະກອບຂອງນ້ຳມັນຫອມລະເຫີຍ ເຊັ່ນເມນທໍ ກາລະບູນ ຊິດລັດ ເປັນຕົ້ນ. ວິທີເຮັດສູດບຳລຸງຜົມດ້ວຍຫົວສີໄຄ · ນຳຫົວສີໄຄມາລ້າງໃຫ້ສະອາດ ຈຳນວນ 3 ຕົ້ນ · ນຳມາຕຳໃຫ້ລະອຽດຄັ້ນເອົາແຕ່ນ້ຳ · ຫຼັງຈາກສະຜົມສະອາດດີແລ້ວນຳນ້ຳຫົວສີໄຄມາຊະໂລມ ແລະ ນວດໃຫ້ທົ່ວຫົວຖີ້ມປະໄວ້ຈັກ 10 ນາທີ ແລ້ວລ້າງອອກດ້ວຍນ້ຳສະອາດ ສູດນີ້ຂໍແນະນຳໃຫ້ເຮັດເປັນປະຈຳຢ່າງຕໍ່ເນື່ອງ 2-3 ເດືອນ ແລ້ວເຈົ້າຈະພົບວ່າຜົມທີ່ແຕກປາຍເລີ່ມກັບມາມີສຸຂະພາບ ດຳເງົາງາມ ນຸ່ມສວຍເປັນທຳມະຊາດຫຼາຍຂຶ້ນ Cr: ຄິດອອກ