ວິທີເລືອກແວ່ນຕາ ໃຫ້ເໝາະກັບໃບໜ້າຂອງເຈົ້າ

ຖ້າຫາກຢາກລອງປ່ຽນລຸກ ແວ່ນຕາກໍຖືເປັນໜຶ່ງໄອເທັມຍອດຮິດທີ່ສາມາດຊ່ວຍເຈົ້າໄດ້ ແລະ ມັນອາດຈະຊ່ວຍໄດ້ຫຼາຍ ເພາະເປັນໄອເທັມທີ່ງ່າຍໃສ່ແລ້ວປ່ຽນລຸກໄດ້ທັນທີ ມື້ນີ້ເຮົາຈະພາໄປເລືອກແວ່ນຕາ ກັບເທັກນິກງ່າຍໆ ໃນການເລືອກແວ່ນຕາທີ່ເຂົ້າກັບໃບໜ້າ ໃບໜ້າຮູບຮູບສີ່ຫຼ່ຽມຜືນຜ້າ : ຄວນເລືອກກອບເປັນຮູບສີ່ຫຼ່ຽມຈະຕຸລັດທີ່ມີຄວາມໂຄ້ງມົນນ້ອຍໆ ຈະຊ່ວຍທົດແທນຄວາມຍາວໃບໜ້າເຈົ້າໄດ້ ໃບໜ້າຮູບໄຂ່ : ເປັນໃບໜ້າທີ່ໂຊກດີຫຼາຍ ທີ່ບໍ່ວ່າໃສ່ແວ່ນຕາຮູບຊົງໃດກໍຖືກກັບເຈົ້າໄດ້ທຸກແບບ ສາມາດໃສ່ໄດ້ທັງຊົງຫຼ່ຽມ ໂຄ້ງ ມົນ ລອງເລືອກແວ່ນຕາທີ່ກວ້າງກວ່າສ່ວນທີ່ກວ້າງທີ່ສຸດໃນໃບໜ້າຂອງເຈົ້າເບິ່ງ ຮັບຮອງເຂົ້າກັບໃບໜ້າຂອງເຈົ້າແນ່ນອນ ໃບໜ້າຮູບສາມຫຼ່ຽມ : ແວ່ນຕາທີ່ເໝາະສົມກັບເຈົ້າທີ່ສຸດຄື ແວ່ນຕາທີ່ມີກອບດ້ານເທິງພຽງດ້ານດຽວ ຈະຊ່ວຍສ້າງສົມດຸນລະຫວ່າງຮູບຊົງໃບໜ້າຂອງເຈົ້າໄດ້ ໃບໜ້າຮູບຫົວໃຈ : ຈະມີສ່ວນບໍລິເວນໜ້າຜາກ ແລະ ແກ້ມທີ່ກວ້າງ ໃນຂະນະທີ່ຄາງກະໄຕ ແລະ ປາຍຄາງຈະຄ່ອນຂ້າງແຫຼມ ແລະ ແຄບ ເພາະສະນັ້ນເວລາເລືອກຮູບຊົງຂອງກອບແວ່ນຕາ ຄວນເລືອກກອບທີ່ດ້ານເທິງກວ້າງກວ່າດ້ານລຸ່ມ ຮັບຮອງເຂົ້າກັບໃບໜ້າແນ່ນອນ ໃບໜ້າຮູບໄດມອນ : ຈະມີຈຸດເດັ່ນຢູ່ແກ້ມ ດັ່ງນັ້ນຈຶ່ງຄວນເລືອກແວ່ນຕາທີ່ມີກອບໜາເພື່ອໃຫ້ມັນສົມດຸນຂຶ້ນ ຈະເປັນຮູບຊົງມົນ ກະໄດ້ ໜຸ່ມໃບໜ້າມົນ : ກອບທີ່ໃຊ້ຄວນແຄບ ແລະ ເປັນມຸມສະຫຼຽງນ້ອຍໆ ຈະເຮັດໃຫ້ໃບໜ້າເບິ່ງຄືຍາວຂຶ້ນ ແລະ ຫ້າມເດັດຂາດກັບກອບແບບມົນ ຈະເຮັດໃຫ້ໜ້າເບິ່ງຄືໃຫຍ່ເກີນຈິງ ສຸດທ້າຍໜຸ່ມໃບໜ້າສີ່ຫຼ່ຽມ …