5 ວິທີຜ່ອນຄາຍຄວາມຄຽດຂອງສະໝອງພາຍໃນ1ນາທີ


ຄວາມຄຽດ ເປັນຕົວບັນຫາທີ່ເຮັດໃຫ້ທ່ານເສຍສະມາທິໃນການເຮັດວຽກລວມໄປເຖິງກິດຈະກໍາອື່ນໆ ແລະ ຍັງສົ່ງຜົນຕໍສຸກະພາບໂດຍກົງເຮັດໃຫ້ເກີດຄວາມເຈັບປ່ວຍຕາມມາ ມື້ນີ້ເຮົາມີວິທີຄາຍຄຽດແລະຄືນຄວາມສົດຊື່ນໃຫ້ສະໝອງພາຍໃນ 60 ວິນາທີ ມາຝາກ
1 ແຫງນເບິ່ງເພດານແລ້ວນັບຖອຍຫຼັງ 60-1 ການເງີຍໜ້າຫາຍໃຈຈະຊ່ວຍໃຫ້ລະບົບປະສາດສົ່ງເລືອດໄປລ້ຽງສ່ວນຕ່າງໆໄດ້ດີຂື້ນພ້ອມກັນນັ້ນເຮົາຈະຫາຍໃຈຊ້າລົງ ຊ່ວຍໃຫ້ໃຈສະຫງົບ ຄິດຫຍັງກໍ່ມີສະມາທິ
2 ເທັກນິກການຫາຍໃຈເພື່ອຜ່ອນຄາຍ ຫາຍໃຈເຂົ້າຍາວໆທາງດັງ ແຕ່ຫາຍໃຈອອກທາງປາກ 10 ເທື່ອ
3 ຈິນຕະນາການບໍບັດເຊັ່ນ ຈິດຕະນາການວ່າລອຍຢູ່ເທິງເມກ ຈິນຕະນາການເຖິງກິ່ນທີ່ມັກ ຫຼືຈິນຕະນາການເຖິງຄໍາເວົ້າທີ່ຢາກຟັງ
4 ຂຽນຄວາມກັງວົນໃຈໃສ່ເຈ້ຍໃນປື້ມແລະວາງໄວ້ແລ້ວຈື່ງຄ່ອຍຈັດການໃນມື້ອື່ນ ຖ້າບໍມີຫຍັງທີຕ້ອງເລັ່ງແກ້ໄຂ
5 ຜ່ອນຄາຍກ້າມເນື້ອຊ້າໆ ຕັ້ງແຕ່ຫົວຈົນຮອດຕີນ ເປັນການຢືດເສັ້ນຢືດສາຍແລ້ວຄວາມຄຽດໃນໃຈຂອງທ່ານຈະຫຼຸດລົງຢ່າງບໍ່ໜ້າເຊື່ອເລີຍ




Powered by Blogger.