ທາດຝຸ່ນ ເມືອງຄູນ ແຂວງຊຽງຂວາງ ໄດ້ຮັບການບູລະນະຄືນໃໝ່

ຕາມຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າຍ້ອນທາດດັ່ງກ່າວມີຄວາມຊຸດໂຊມຫຼາຍເນື່ອງຈາກຖຶກເຈາະເປັນຮູກ້ວາງເພື່ອຂຸດຄົ້ນສິ່ງມີຄ່າຂອງໂຈນຫໍ້ໃນເມື່ອກ່ອນແຕ່ປາຍທາດລົງມາຮອດພື້ນ ເຊິ່ງຍາມຝົນໄດ້ເຮັດໃຫ້ທາງດ້ານໃນປຽກຊຶມ ແລະ ເຊາະເຈື່ອນລົງເທື່ອລະໜ້ອຍ. ສາເຫດດັ່ງກ່າວອາດຈະເຮັດໃຫ້ທາດມີໂອກາດຖະຫຼົ່ມລົງ, ພ້ອມນີ້ກໍ່ໄດ້ເຮັດອະນາໄມອ້ອມທາດຍ້ອນມີຕົ້ນໄມ້ໄດ້ອອກເທິງປາຍ ແລະ ເຫັນວ່າປາຍທາດມີລັກສະນະງ້ວຍລົງ, ກໍລະນີຕົ້ນໄມ້ໃຫຍ່ຂຶ້ນມາ ແລະ ມີລົມພັດແຮງກໍ່ຈະເຮັດໃຫ້ທາດແຕກພັງລົງໄດ້ເຊັ່ນກັນ.
ເພື່ອໃຫ້ມີຄວາມປອດ ແລະ ຮັກສາໄດ້ຮ່ອງຮອຍປະຫວັດສາດ ແລະ ຄຸ່ນຄ່າມໍລະດົກຕະຫຼອດໄປນັ້ນ ທາງອຳນາດການປົກຄອງຂອງແຂວງຊຽງຂວາງ ແລະ ອົງການຢູເນສໂກ ຈຶ່ງໄດ້ສຳຫຼວດ ແລະ ອະນຸຍາດຈັດໂຄງການອະນາໄມ ແລະ ບູລະນະປະຕິສັງຂອນອັດຕັນຮູເຈາະໃຫ້ມີຄວາມຮັບປະກັນ ພ້ອມທັງຈະໄດ້ສ້ອມແປງຕີນທາດໃຫ້ມີຄວາມຮັບປະກັນຕະຫຼອດໄປ.
ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ຊົມຊົນມີສ່ວນຮ່ວມຈາກປະເທດນິວຊີແລນ ແລະ ຈະໃຊ້ທຶນປະມານກວ່າຫນຶ່ງຕື້ກີບເຂົ້າໃນການບູລະນະສ້ອມແປງໃນຄັ້ງນີ້.

ຂໍຂອບໃຈຂໍ້ມູນຈາກ: ຟັງຂ່າວ99