ສະຫະພັນ ຢູໂດ ແຫ່ງຊາດລາວ ກຽມຈັດການແຂ່ງຂັນຢູ່ໂດ ຊິງແຊ້ມທົ່ວປະເທດ ຄັ້ງທີ 9

ในภาพอาจจะมี 2 คน, ผู้คนกำลังยืน และ สถานที่ในร่ม
ສະຫະພັນ ຢູໂດ ແຫ່ງຊາດລາວ ກຽມຈັດການແຂ່ງຂັນຢູ່ໂດ ຊິງແຊ້ມທົ່ວປະເທດ ຄັ້ງທີ 9 ແລະ ຍັງມີການຊິງຂັນຊະນະເລີດຂອງ ທ່ານ ປະທານສະພາແຫ່ງຊາດ ການແຂ່ງຂັນຈະມີຂື້ນໃນລະຫວ່າງ ວັນທີ 11-12 ພະຈິກ 2017 ທີ່ສູນ ບູໂດ້ ເຊັນເຕີ ພິທີຖະແຫລງຂ່າວໄດ້ມີຂື້ນໃນຕອນແລງຂອງວັນທີ 7 ພະຈິກ ທີ່ສູນບູໂດ້ ໃນກຽດເຂົ້າຮ່ວມມີທ່ານ ເຂັມຊາດ ພິຣາພັນເດດ ປະທານສະຫະພັນ ຢູໂດ ແຫ່ງຊາດ ພ້ອມດ້ວຍຜູ້ອຸປະຖຳເຂົ້າຮ່ວມ ການແຂ່ງຂັນ ມີ 10 ລາຍການ ໂດຍຈະມີນັກກິລາ ຈຳນວນ 134 ຄົນໃນຂອບເຂດທົ່ວປະເທດ ແລະ ນັກກິລາຈາກຂອນແກ່ນປະເທດໄທເຂົ້າຮ່ວມຈຳນວນໜື່ງ
ປະເພດການແຂ່ງຂັ
ອານຸຊົນ ຕຳ່ກວ່າ 12 ປີ ມີ 13 ລຸ້ນນຳ້ໜັກ
ເຍົາວະຊົນ 13-15 ປີ ມີ 10 ລຸ້ນນຳ້ໜັກ
ເຍົາວະຊົນ 16-18 ປີ ມີ 9 ລຸ້ນນຳ້ໜັກ
ປະເພດປະຊາຊົນ ອາຍຸ 19 ປີ ຂື້ນໄປ ມີ 8 ລຸ້ນນຳ້ໜັກ 

ในภาพอาจจะมี 2 คน, ข้อความ
ในภาพอาจจะมี 2 คน, คนที่ยิ้ม, ผู้คนกำลังยืน และ ชุดสูท
Powered by Blogger.