ລັດເຊຍເຊື່ອໝັ້ນວ່າ ອາເມລິກາ ຄືຜູ້ຢູ່ເບື້ອງຫລັງ ຜູ້ກໍ່ການຮ້າຍ ໄອຊິດ IS

ในภาพอาจจะมี 1 คนລັດເຊຍເຊື່ອໝັ້ນວ່າ ອາເມລິກາ ຄືຜູ້ຢູ່ເບື້ອງຫລັງ ຜູ້ກໍ່ການຮ້າຍ ໄອຊິດ IS
ວັນທີ 04 ຕຸລາ ໃນຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານ Igor Konashenkov ໄດ້ກ່າວໂທດ ອາເມລິກາ ວ່າໄດ້ໜູນຊ່ວຍອົງການກໍ່ການຮ້າຍລັດອິດສະລາມ (IS), ຊ່ວຍກຸ່ມກໍ່ການຮ້າຍດັ່ງກ່າວ ສາມາດດຳເນີນບັນດາການບຸກຕີຄືນຢູ່ທາງທິດຕາເວັນອອກ ຊີຣີ.



ในภาพอาจจะมี 1 คน, สถานที่กลางแจ้งຕາມທ່ານ Konashenkov ແລ້ວ, ໃນໄລຍະມໍ່ໆມານີ້ ບັນດາເຫດບຸກໂຈມຕີແນໃສ່ກອງທັບລັດຖະບານ ຊີຣີ ລ້ວນແຕ່ “ເລີ່ມຈາກເຂດທີ່ມີລັດສະໝີ 50 ກມອ້ອມແອ້ມດ່ານຊາຍແດນ At-Tanf ຢູ່ຊາຍແດນ ຊີຣີ - ຈໍແດນ” ສະຖານທີ່ທະຫານປະສົມຕ້ານ IS ໂດຍ ອາເມລິກາ ນຳໜ້າຖານທັບແຫ່ງໜຶ່ງ. ນີ້ບໍ່ພຽງແຕ່ເປັນຄັ້ງທຳອິດທີ່ ລັດເຊຍ ກ່າວຟ້ອງ ອາເມລິກາ ໜູນຊ່ວຍ IS .
ເດືອນກ່ອນ, ຮອງປະທານກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບສັງກັດສະພາສູງ ລັດເຊຍ ທ່ານ Franz Klintsevich ຖືວ່າ: ເກືອບ ແນ່ນອນ 100% ອາເມລິກາ ໄດ້ນຳໃຊ້ຍົນ ເອລິກອບເຕີ ເພື່ອຍົກຍ້າຍຜູ້ບັນຊາການນັບສິບຄົນຂອງອົງການກໍ່ການຮ້າຍລັດອິດສະລາມ (IS) ອອກຈາກນະຄອນ Deir Ezzor.


ในภาพอาจจะมี ท้องฟ้า และ สถานที่กลางแจ้ง

ທີ່ມາ : ບອກຂ່າວ ວັນນີ້ 
Powered by Blogger.