ຈີນກໍາລັງສຶກສາ-ອອກແບບ ເຂດເສດຖະກິດພິເສດ ຄອນພະເພັງ


Image result for ຄອນພະເພັງ
ກຸ່ມບໍລິສັດ ອຸດສາຫະກໍາ ແມ່ນໍ້າເຫລືອງ ແຂວງກວາງຕຸງ ສປ ຈີນ ກໍາລັງສຶກສາອອກແບບໂຄງການກໍ່ສ້າງເຂດເສດຖະກິດພິເສດ, ເຊິ່ງຕັ້ງຢູ່ໃກ້ເຂດນໍ້າຕົກຄອນພະເພັງ ເມືອງໂຂງ ແຂວງຈໍາປາສັກ, ມີເນື້ອທີ່ຫລາຍກ່ວາ 7.000 ເຮັກຕາ, ຈະແບ່ງອອກເປັນເຂດໃຫຍ່ ​ແລະ ຈະໃຊ້ງົບປະມານຕື້ກວ່າໂດລາສະຫະລັດ ເພື່ອພັດທະນາເຂດດັ່ງກ່າວ.
ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ ​ໄດ້ເປີດເຜີຍຕໍ່ນັກຂ່າວ​ເມື່ອບໍ່ດົນມານີ້ວ່າກຸ່ມບໍລິສັດດັ່ງກ່າວ, ​ໄດ້ຮັບອະນຸຍາດຈາກອໍານາດການປົກຄອງແຂວງ ​ໃຫ້ລົງມືສໍາຫລວດ ​ແລະ ອອກແບບ ເພື່ອເຮັດໃຫ້ເຂດດັ່ງກ່າວ ເປັນເຂດເສດ ຖະກິດພິເສດທີ່ສວຍງາມທັນສະ​ໄໝ ​ແລະ ມີພື້ນຖານໂຄງລ່າງສິ່ງເອື້ອອໍານວຍຄວາມສະດວກຫລາຍຢ່າງ ​ທາງ​ດ້ານ​ການ​ຄ້າການ​ລົງທຶນ ເຊັ່ນ ສະໜາມບິນສູນການຄ້າ ຖະໜົນຫົນທາງ ແລະ ບັນດາກິດຈະກໍາການບໍລິການອື່ນໆ ເພື່ອດຶງດູດ ນັກລົງທຶນທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
ໂຄງການສຶກສາອອກແບບ ເຂດເສດຖະກິດພິ​ເສດຄອນ​ພະ​ເພັງ ຄາດວ່າຈະໃຫ້ສໍາເລັດໃນປີ ໃນເດືອນມິຖຸນາຜ່ານມາ ລັດຖະບານລາວ ແລະ ກຸ່ມບໍລິສັດດັ່ງກ່າວ, ​ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອດໍາເນີນການສໍາຫລວດອອກແບບ ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ຕາມ​ຄາດໝາຍ.
ແຫລ່ງຂ່າວ: ພູ​ລາ​ວັນ (ສຳນັກຂ່າວສານປະເທດລາວ)
Powered by Blogger.