ນ້ອງນັກຂ່າວຍີ່ປຸ່ນເສຍຊີວິດຍ້ອນເຮັດວຽກເກີນຂີດຈໍາກັດ

ในภาพอาจจะมี 1 คน, สถานที่กลางแจ้ง
7/10/2017 ຂໍສະແດງຄວາມເສົ້າສະຫລົດຢ່າງສຸດຊຶ້ງຕໍ່ການເສຍຊີວິດຂອງ ນ້ອງນັກຂ່າວຊາວຍີ່ປຸ່ນຍ້ອນອຸທິດສັງຂານເຮັດວຽກຫລາຍ ແລະ ເກີນເວລາກໍານົດ 159 ຊົ່ວໂມງຕໍ່ເດືອນຈົນຫົວໃຈລົ້ມເຫລວ.
ຈາກການເປີດເຜີຍສື່ຈອມແສຢ່າງເດຍລີເມວຂອງປະເທດອັງກິດບອກວ່າ ນາງ ມິວະ ຊະໂດະ ອາຍຸພຽງ 31 ປີຫມາດໆ ກ່ອນຫນ້ານັ້ນເປັນຜູ້ລາຍງານຂ່າວຢູ່ນະຄອນໂຕກຽວຂອງລັດຖະບານ ຕໍ່ມາໄດ້ຍົກຖາຍະເປັນນັກຂ່າວການເມືອງໃນນາມຜູ້ນໍາສະເຫນີຂ່າວລະດັບຊາດຂອງປະເທດ ເຊິ່ງຜູ້ກ່ຽວຫົວໃຈລົ້ມເຫລວກະທັນໃນເດືອນ 7 ປີ 2013 ແຕ່ເພື່ອນຮ່ວມງານຫາກໍນໍາເອົາເລື່ອງນີ້ອອກເຜີຍແຜ່ຕໍ່ສາທາລະນະຊົນ ເມື່ອຜູ້ເສບຂ່າວຮັບຊາບຂໍ້ມູນຕ່າງຄົນກໍສະແດງຄວາມເສຍໃຈ ແລະ ຊາບຊຶ້ງເຖິງເຈຕະນາລົມຂອງນາງທີ່ເຮັດວຽກເພື່ອຊາດແທ້ໆ.
ແຫຼງຂ່າວ : ຈົດໝາຍຂ່າວ Message 
Powered by Blogger.