ຄວາມຈິງເລື່ອງເງິນພີເອັສຈາກປາກສຸກນາລີ


ບໍລິສັດພີເອັສເວົ້າແລ້ວເປັນບໍລິສັດລະດົມທຶນທີ່ໃຫຍ່ສຸດໃນປະເທດລາວ ພາຍໃນ 3 ປີສາມາດລະດົມທຶນຈາກປະຊາຊົນລວມ 900 ກວ່າຕື້ກີບ ແຕ່ມາຮອດຕອນນີ້ເກືອບ 1 ເດືອນເຕັມທີ່ປະທານບໍລິສັດຖືກກັກຕົວ ແລະທາງກົມໃຫຍ່ຕຳຫຼວດໄດ້ອອກແຈ້ງການໃຫ້ປະຊາຊົນຜູ້ເສຍຫາຍໄປຍື່ນຄຳຮ້ອງຟ້ອງ ເພື່ອທວງເອົາເງິນຄືນນັບແຕ່ວັນທີ 21 ກັນຍາ 2017 ເປັນຕົ້ນມາຮອດປະຈຸບັນມີພຽງ 5.020 ຄົນ ລວມມູນຄ່າເສຍຫາຍພຽງ 196 ຕື້ກີບ ຖືວ່າຍັງມີຜູ້ເສຍຫາຍຈຳນວນຫຼວງຫຼາຍທີ່ບໍ່ທັນເຂົ້າໃຫ້ການຕໍ່ເຈົ້າໜ້າທີ່.



ຕາມການເປີດເຜີຍຕົວເລກຄັ້ງຫຼ້າສຸດຂອງນາງ ສຸຸກນາລີ ເທບສີເມືອງ ໃນນາມປະເທານບໍລິສັດ ພາຍຫຼັງທີ່ບໍລິສັດພີເອັສໄດ້ຢຸດເຊົາການເບິກຈ່າຍເງິນແກ່ສະມາຊິກແລ້ວ ຊຶ່ງເປັນຕົວເລກເງິນລາຍງານຕໍ່ລັດຖະບານ(ຕາມການໃຫ້ຮູ້ຂອງນາງ ສຸກນາລີ)ແມ່ນນັບແຕ່ປີ 2014-2016 ບໍລິສັດສາມາດຫາເງິນໄດ້ທັງໝົດ 671.808.000.000 ກີບ(ໃນນີ້ແມ່ນບໍ່ລວມເອົາເງິນສະມາຊິກທີ່ເອົາມາຝາກ ມີແຕ່ເງິນຂາຍສິນຄ້າຂອງບໍລິສັດເອງ), ສະເພາະເງິນທີ່ສະມາຊິກເອົາມາຝາກແຕ່ປີ 2014-ຕົ້ນປີ 2017 ມີສະມາຊິກທີ່ເຂົ້າມາຮ່ວມທຶນລວມທັງໝົດ 204.353 ລະຫັດ ລວມເປັນເງິນ 904.749.500.000 ກີບ ບວກໃສ່ເງິນສ່ວນຕົວຂອງນາງສຸກນາລີອີກ 50 ຕື້ລວມເປັນ 954.749.500.000 ກີບ ໃນລະຫວ່າງນັ້ນມີສະມາຊິກຜູ້ຖອນອອກແລ້ວ 22.290 ລະຫັດ ເທົ່າກັບ 100.697.000.000 ກີບ ເຮັດໃຫ້ບໍລິສັດມີຍອດເຫຼືອເງິນຝາກຈາກສະມາຊິກມາຮອດເດືອນ 4/2017 ຈຳນວນ 853.052.500.000 ກີບ.



ສ່ວນຈຳນວນເງິນທີ່ໄດ້ຈ່າຍຄືນໃຫ້ສະມາຊິກແລ້ວໃນນາມດອກເບ້ຍນັບແຕ່ 2014-2017 ຜ່ານລະບົບທະນາຄານລວມທັງໝົດ 396.994.260.631 ກີບ.
- ໄດ້ຈ່າຍເງິນໃຫ້ສະມາຊິກທີ່ເອົາບັດສ່ວນຫຼຸດມາຮັບເງິນນຳບໍລິສັດ ແລະໄປຮັບເງິນນຳຕົວແທນຈຳໜ່າຍຕາມສາຂາຕ່າງໆນັບແຕ່ເດືອນຕຸລາ 2016-ເດືອນເມສາ 2017 ເປັນຈຳນວນເງິນ 174.105.909.038 ກີບ.
- ຈ່າຍສຳລັບຊື້ນ້ຳແຖມຄຳ ແລະຈ່າຍແຖມສິນຄ້າ (ຈ່າຍສຳລັບໂປຣໂມຊັນຝາກເງິນຫຼາຍໄດ້ຄຳໃນຄວາມເປັນຈິງ)ລວມເປັນເງິນ 237.177.507.926 ກີບ ໃນນັ້ນມີຄຳ 47.568 ສະຫຼຶງ.
- ຈ່າຍບໍລິຫານອື່ນໆອີກ 245.584.000.000 ກີບ.



ບໍລິສັດສະຫຼຸບວ່າ ນັບແຕ່ 2014-2017 ພີເອັສມາລາຍຮັບທັງໝົດ 1.524.860.500.000 ກີບ ແລະມີລາຍຈ່າຍທັງໝົດ 1.155.558.677.795 ກີບ ຍັງເຫຼືອ 369.301.822.205 ກີບ.

ຊຶ່ງທັງໝົດນີ້ເປັນຕົວເລກລາຍງານພາຍຫຼັງທີ່ບໍລິສັດມີບັນຫາ ແລະທະນາຄານແຫ່ງ ສປປ ລາວໄດ້ອອກແຈ້ງການຢຸດເຊົາແລ້ວ ປະທານບໍລິສັດອອກມາຊີ້ແຈງຕໍ່ສື່ມວນຊົນຄັ້ງສຸດທ້າຍ.


ໝາຍເຫດ: ການໃຊ້ສຳນວນປະໂຫຍກຄຳສັບບາງບ່ອນຄົນທາງນອກອາດບໍ່ເຂົ້າໃຈເນື່ອງຈາກບໍລິສັດໄດ້ປ່ຽນສຳນວນຈາກການລະດົມທຶນມາເປັນການສັ່ງຊື້ສິນຄ້າໝົດແລ້ວ ສະນັ້ນພວກເຮົາແມ່ນລາຍງານຂ່າວຕາມບົດລາຍງານຂອງເພິ່ນ ແຕ່ຜູ້ເປັນສະມາຊິກຂອງພີເອັສ ອາດຈະເຂົ້າໃຈກວ່າຄົນທົ່ວໄປ.
ແຫຼ່ງຂ່າວ laosupdate.com
Powered by Blogger.