ເສຍຊີວິດ ທີ່ຖືກຍິງ ໜ້າຫ້າງ ສີໃຄພລາຊາ ແມ່ນນັກທຸລະກິດຈີນ ໄວ 70 ປີ! ຖືກຍິງ 9 ນັດ!

ຜູ້ເສຍຊີວິດ ທີ່ຖືກຍິງ ໜ້າຫ້າງ ສີໃຄພລາຊາ ແມ່ນນັກທຸລະກິດຈີນ ໄວ 70 ປີ! ຖືກຍິງ 9 ນັດ!
ນະຄອນຫຼວງວຽງຈັນ: ຈາກເຫດການຍິງກັນເສຍຊີວິດ 1 ຄົນທີ່ໜ້າຫ້າງ ສີໃຄ ພລາຊາ ໃນຕອນເຊົ້າ ວັນທີ 7 ຕຸລາ 2017, ແຫຼ່ງຂ່າວຫຼ້າສຸດລາຍງານເຫດການຖືກຍິງທີ່ ຜູ້ເສຍຊີວິດແມ່ນນັກທຸລະກິດຊາວຈີນທີ່ມາດຳເນີນທຸລະກິດຢູ່ລາວ 50 ປີແລ້ວ, ຊຶ່ງເພິ່ນເປັນປະທານກຸ່ມບໍລິສັດອາຊຽນວຽງຈັນ ກຣຸບຖືກຍິງ 9 ນັດຈິ່ງເສຍຊີວິດຄາທີ່ ໃກ້ລົດເພິ່ນເອງ.
ພະນັກງານທີ່ເຮັດວຽກຢູ່ ສີໃຄພລາຊາ ໄດ້ໃຫ້ຂໍ້ມູນວ່າ: ເຊົ້າວັນທີ 7 ຕຸລາ 2017 ນີ້ ໄດ້ມາວຽກຕອນເຊົ້າ ແລະ ໄດ້ພົບເຫັນປະທານ ຊື່ ທ້າວ ຊູ ອາຍຸ 70 ປີ ເຮັດທຸລະກິດຢູ່ລາວ ໄດ້ 50 ປີ ຖືກຍິງ 9 ນັດ ຕາຍຄາທີ ໜ້າຫ້າງຊັບພະສິນຄ້າ ສີໃຄ ພລາຊາ ຢູ່ບ້ານ ນາແຮ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.
ສ່ວນສາເຫດ ແລະ ແຮງຈູງໃຈ ການຄາດຕະກຳຄັ້ງນີ້ ທາງເຈົ້າໜ້າທີ່ ກ່ຽວຂ້ອງຈະເລັ່ງກວດສອບ ແລະ ຕາມຈັບ ຄາດຕະກອນ ມາລົງໂທດຕາມກົດໝາຍ.
Cr.Tholakhong