ຈີນມອບປືນ “ໄຣເຟິລຈູ່ໂຈມ” ໃຫ້ຟີລິບປິນອີກ 3,000ກະບອກ

ລັດຖະບານຈີນມອບປືນ“ໄຣເຟິລ”ຈູ່ໂຈມໃຫ້ຟີລິບປິນອີກ 3,000ກະບອກ ເມື່ອວັນພະຫັດທີ່ຜ່ານມາ ສ່ວນ ຜບ.ສສ.ຟີລິບປິນ ປະກາດຊູສະຫະລັດເປັນພັນທະມິດອັນດັບ1 ຂອງປະເທດ ແລະ ຈະໃຫ້ມີການຝຶກປະສົມລະຫວ່າງ ກອງທັບຂອງ 2ປະເທດຕາມປົກກະຕິຄືເກົ່າ
ສຳນັກຂ່າວຣອຍເຕີລາຍງານຈາກກຸງມະນິລາ ປະເທດຟີລິບປິນເມື່ອວັນທີ 5ຕຸລາວ່າ: ພິທີສົ່ງມອບ“ໄຣເຟິລຈູ່ໂຈມ” 3,000ກະບອກພ້ອມດ້ວຍເຄື່ອງກະສຸນ ມີຂື້ນທີ່ຄ້າຍທະຫານກີນັລໂດ ໃນເມືອງເກຊອນ ກຸງມະນີລາເມື່ອວັນພະຫັດ ໂດຍທ່ານຈ້າວຈຽນຫົວ ເອອັກຄະລາຊະທູດຈີນປະຈຳຟີລິບປິນ ແລະ ທ່ານເດລຟິນ ລໍເຣນຊານາ ລັດຖະມົນຕີກະລາໂຫມ ກັບ ພົນເອກ ເອດູອາໂດ ອາໂນ ຜູ້ບັນຊາການທະຫານສູງສຸດຟີລິບປິນ ລັດຖະບານຈີນກ່າວວ່າ: ການມອບປືນ ເພື່ອສະແດງເຖິງຄວາມເປັນມິດຕະພາບ ແລະ ຄວາມສຳພັນດ້ານຄວາມຮ່ວມມື
ລໍເຣນຊານາກ່າວວ່າ: ແຕ່ເກົ່າປືນຊຸດນີ້ຈະມອບໃຫ້ທະຫານກອງທັບ ແຕ່ປະທານາທິບໍດີໂຣດຣິໂກດູເຕີເຕ ຜູ້ນຳຟີລິບປິນກ່າວວ່າ: ຕຳຫລວດອາດຈຳເປັນຕ້ອງໃຊ້ຫລາຍກວ່າ
ປືນ“ໄຣເຟິລຈູ່ມໂຈມ” ເຊິ່ງລວມມູນຄ່າປະມານ 3.3ລ້ານໂດລາສະຫະລັດຊຸດນີ້ ຈະມອບໃຫ້ສຳນັກງານຕຳຫລວດປຫ່ງຊາດຟີລິບປິນ (ພີເອັນພີ) ທັງຫມົດ ເພື່ອຊົດເຊີຍຄວາມຂາດແຄນຫລັງຈາກສະມາຊິກສະພາຄອງເກສສະຫະລັດ ຂັດຂວາງການຂາຍປືນ“ໄຣເຟິລຈູ່ມໂຈມ”ແບບເອັມ4 ຈຳນວນ 26,000ກະບອກໃຫ້ພີເອັນພີເມືອ່ປີທີ່ຜ່ານມາ ໂດຍລະງັບການຂາຍຂອງສະຫະລັດມີຂື້ນທ່າມກາງຄວາມວິຕົກວ່າສະຫະລັດຈະຕິດອາວຸດໃຫ້ຫນ່ວຍງານຕຳຫລວດ ທີ່ຖືກກ່າວຫາລະເມີດສິດທິມະນຸດໃນວົງກວ້າງ ລະຫວ່າງສົງຄາມກວດລ້າງຢາເສບຕິດຂອງດູເຕີເຕ ເຊິ່ງມີຊາວຟີລິບປິນຖືກສັງຫານໄປແລ້ວຫລາຍພັນຄົນ

ເມື່ອເດືອນມິຖຸນາທີ່ຜ່ານມາ ລັດຖະບານຈີນມອບປືນ“ໄຣເຟິລຈູ່ມໂຈມ” 3,000ກະບບອກ ແລະ “ໄຣເຟິລລອບຍິງ” 100ກະບອກ ໃຫ້ຟີລິບປິນ ສ່ວນຫນື່ງຂອງຄື່ນການທູດລະລອກໃຫມ່ ໃນການກ່ຽວພັນກັບມະນີລາທີ່ປັກກິ່ງ ມີປະຫວັດອັນຂົມຂື່ນຈາກກໍລະນີພິພາກເຫນືອດິນແດນໃນທະເລຈີນໃຕ້
ທາງດ້ານສຳນັກຂ່າວເອເອັບພີລາຍງານຈາກກຸງມະນີລາ ໃນມື້ດຽວກັນວ່າ: ພົນເອກອາໂນ ໄດ້ກ່າວເຊີດຊູສະຫະລັດອາເມລິກາເປັນປະເທດພັນທະມິດຫມາຍເລກ1 ຂອງຟີລິບປິນ ພ້ອມກັບປະກາດຈະໃຫ້ມີການຊ້ອມຮົບ ຮ່ວມຕາມປົກກະຕິຄືເກົ່າ ໂດຍພົນເອອາໂນ ຫາກໍ່ເດີນທາງກັບຈາກລັດຮາວາຍ ທີ່ເຂົາໄດ້ພົບປະຫາລືກັບພົນເຮືອເອກແຮຣີ່ ແຮຣິສ ຜູ້ບັນຊາການກອງເຮືອແປຊີຟິກ ກອງທັບເຮືອສະຫະລັດເມື່ອອາທິດທີ່ຜ່ານມາກ່າວເມື່ອວັນພະຫັດວ່າ: ສະຫະລັດ ແລະ ຟີລິບປິນຕົກລົງກັນຈະເພີ່ມການຝຶກປະສົມທາງທະຫານສຳລັບປີ 2561 ຫລັງຈາກຫລຸດລະດັບລົງໃນປີນີ້ ທ່ານປະທານາທິບໍດີດູເຕີເຕກ່າວວ່າ: ຂ້ອນຕ້ອງການເປັນພັນທະມິດກັບສະຫະລັດໃຫ້ຫລາຍຂື້ນ ດັ່ງນັ້ນເຮົາຈື່ງຈະກະຊັບຄວາມສຳພັນ ແລະ ຝຶກປະສົມໃຫ້ຫລາຍຂື້ນ
ອາທິດທີ່ຜ່ານມາດູເຕີເຕປະກາດຈະເປັນມິດກັບສະຫະລັດ ເຊິ່ງເປນັການສົ່ງສັນຍານການຍຸດຕິການວິພາກວິຈານຮຸນແຮງ ລວມເຖິງປະກາດຍຸດຕິການຝຶກຊ້ອມຮ່ວມທາງທະຫານສະຫະລັດ-ຟີລິບປິນທຸກລາຍການ ແລະ ເອີ້ນອະດີດປະທານາທິບໍດີບາຣັກ ໂອບາມາຂອງສະຫະລັດວ່າລູກໂສເພນີ
