ອົບພະຍົບປະຊາຊົນດ່ວນ ຫນີໄຟໄຫມ້ຫ້າງໃນມອສໂກ

ປະຊາຊົນປະມານ 3,000ຄົນໄດ້ຮັບຄຳສັ່ງໃຫ້ອົບພະຍົບອອກຈາກສູນຊັບພະສິນຄ້າໃນກຸງມອສໂກຂອງລັດເຊຍ ເມື່ອຕອນເຊົ້າຂອງວັນອາທິດທີ່ຜ່ານມາຫລັງເກີດເຫດເພີງໄຫມ້ຍ່າງຮຸນແຮງ
ສຳນັກຂ່າວຕ່າງປະເທດລາຍງານຈາກກຸງມອສໂກ ປະເທດລັດເຊຍເມື່ອວັນທີ 9ຕຸລາວ່າ: ກະຊວງສະຖານະການສຸກເສີນຂອງລັດເຊຍຖະແຫລງວ່າ: ເກີດເຫດເພີງໄຫມ້ທີ່ສູນກການຄ້າແຫ່ງຫນື່ງໃນລັດເຊຍ ເຊິ່ງເປັນສູນກາງຂາຍວັດສະດຸກໍ່ ສ້າງໃນກຸງມອສໂກ ເມື່ອວັນທິດທີ່ຜ່ານມາເຊິ່ງກົງກັບເວລາ 01:50ວັນຈັນຕາມເວລາປະເທດໄທ ພື້ນທີ່ຫລາຍກວ່າ 55,000 ຕາລາງແມັດຂອງສູນການຄ້າກາຍເປັນກອງເພີງລູກໃຫຍ່ສົ່ງຜົນໃຫ້ເກີດດຸ່ມຄວັນດຳລອຍຂື້ນໄປເທິງຟ້າ ນອກຈາກນັ້ນບາງສ່ວນຂອງຫລັງຄາກໍ່ພັງຖະຫລົ່ມລົງມາ
ຖະແຫລງການລະບຸອີກວ່າ: ປະຊາຊົນປະມານ 3,000ຄົນໄດ້ຮັບຄຳສັ່ງໃຫ້ອົບພະຍົບອອກຈາກສູນການຄ້າດັ່ງກ່າວເພື່ອຄວາມປອດໄພ ແຕ່ເພີງໄຫມ້ກໍ່ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຈຳນວນຫນື່ງຈາກລາຍງານເບື້ອງຕົ້ນ ທາງການຕ້ອງ ລະດົມກຳລັງເຈົ້າຫນ້າທີ່ດັບເພີງຫລາຍກວ່າ 290ຄົນ, ລົດດັບເພີງ 170ຄັນ ແລະ ເຮລິຄ໋ອບເຕີອີກ 3ລຳ ເຂົ້າໄປຊ່ວຍດັບເພີງ
