ສະະລັດ-ຕວັກກີ ລະງັບອອກວີຊ່າໃຫ້ກັນແລະກັນ

ສະຫະລັດ ແລະ ຕວັກກີ ປະກາດລະງັບອອກວີຊ່າໃຫ້ແກ່ພົນລະເມືອງຂອງອີກຝ່າຍ ຍິ່ງເພີ່ມຮອຍລ້າວໃຫ້ກັບຄວາມສຳພັນລະຫວ່າງສອງປະເທດຊື່ງຂັດແຍ້ງກັນຍ່າງຊັດເຈນນັບຕັ້ງແຕ່ເຫດພະຍາຍາມ ລັດຖະປະຫານໃນຕວັກກີເມື່ອກາງ ປີທີ່ຜ່ານມາ
ສຳນັກຂ່າວຕ່າງປະເທດລາຍງານຈາກກຸງວໍຊິງຕັນ ປະເທດສະຫະລັດອາເມລິກາເມື່ອວັນທີ 8ຕຸລາວ່າ: ສະຖານເອອັກຄະລາຊະທູດປະຈຳກຸງອັງກາຣາອອກຖະແຫລງການເມື່ອວັນທິດທີ່ຜ່ານມາວ່າ: ລະງັບການອອກວີ່ຊ່າ ປະເພດພັກ ຊົ່ວຄາວໃຫ້ພົນລະເມືອງຕວັກກີເນື່ອງຈາກສະຖານະການຄວາມຫມັ້ນຄົງ ໂດຍ ຄຳສັ່ງດັ່ງກ່າວມີຜົນບັງຄັບໃຊ້ທັງທີ ແລະ ຄວບຄຸມບໍລິການຂອງສະຖານກົງສຸນໃຫຍ່ ເມືອງອິສຕັນບູ ແລະ ໃນເມືອງອາດານານຳ
ຂະນະທີ່ພາຍໃນອີກບໍ່ເທົ່າໃດຊົ່ວໂມງຕໍ່ມາ ສະຖານເອອັກຄະລາຊະທູດຕວັກກີປະຈໂກຸງວໍຊິງຕັນອອກຖະແຫລງການລະງັບການອອກວີຊ່າທັງຫມົດໃຫ້ແກ່ພົນລະເມືອງອາເມລິກາ ເຊິ່ງລວມເຖິງການຍື່ນຄຳຮ້ອງຂໍວີຊ່າທາງອອນລາຍ ແລະ ການຂໍຮັບການກວດລົງກາຊ່ອງທາງອານຸຍາດຂອງດ່ານກວດຄົນເຂົ້າເມືອງຕາມຈຸດແດນທຸກແຫ່ງນຳ
ຄວາມເຄື່ອນໄຫວຂອງທັງສອງປະເທດເກີດຂື້ນຫລັງເຈົ້າຫນ້າທີ່ຝ່າຍຄວາມຫມັ້ນຄົງຂອງລັດຖະບານອັງກາລາຈັບກຸມເຈົ້າຫນ້າທີ່ຊາວຕວັກກີຄົນນື່ງປະຈຳສະຖານກົງສຸລໃຫຍ່ຂອງສະຫະລັດໃນເມືອງອິສຕັນບູ ເມື່ອຊ່ວງກາງອາທິດ ທີ່ຜ່ານມາ ຖານມີຄວາມເຊື່ອມໂຍງກັບເຄືອຂ່າຍຂອງທ່ານເຟດຮຸລເລາະ ກູເລນ ນັກການສາສະຫນາເຊິ່ງລີ້ໄພທາງການເມືອງຢູ່ໃນສະຫະລັດ ແລະ ເປັນຄູ່ປັບທາງການເມືງຄົນສຳຄັນຂອງປະທານາທິບໍດີເຣເຊບ ເທຍິບ ເອີໂດກັນ ເຊິ່ງລັດຖະບານອັງກາຣາເຊື່ອວ່າກູເລນຢູ່ເບື້ອງຫລັງຄວາມພະຍາຍາມລັດຖະປະຫານລົ້ມອຳນາດເອີໂດກັນເມື່ອເດືອນກໍລະກົດປີທີ່ຜ່ານມາ
ທັງນີ້ລັດຖະບານອັງກາຣາຍັງປະຕິເສດເຜີຍຂໍ້ມູນເພີ່ມເຕີມກ່ຽວກັບເຈົ້າຫນ້າທີ່ຄົນນີ້ ແນວໃດກໍ່ຕາມຍ້ອນກັບໄປເມື່ອເດືອນມີນາທີ່ຜ່ານມາ ທາງການຕວັກກີຈັບກຸມທ່ານຮຳຊາ ຍູລູເຄ ຊາວຕວັກກີເຊິ່ງເຮັດຫນ້າທີ່ນັກແປປະຈຳສະຖານ ກົງສຸລໃຫຍ່ຂອງສະຫະລັດໃນເມືອງອາດານາ ແລະ ດຳເນີນຄະດີໃນຂໍ້ຫາສະຫນັບສະຫນູນກຸ່ມຕິດອາວຸດຊາວເຄິຣດ