ອາເມລິກາ-ອີຍູ ຫາລືເລັ່ງຄວໍ່າບາດກອງທັບມຽນມາ

ແຫລ່ງຂ່າວໃນລັດຖະບານສະຫະລັດ ແລະ ສະຫະພາບຢູໂຣບອ້າງກຳລັງມີການຫາລື ເພື່ອກຽມຄວໍ່າບາດທາງເສດຖະກິດຕໍ່ເຈົ້າຫນ້າທີ່ລະດັບສູງໃນກອງທັບມຽນມາ ຂະນະທີ່ເກີດເຫດເຮືອຜູ້ລີ້ໄພຊາວໂຣຮິນຈາອັບປາງຂ້າມ ແມ່ນໍ້າໄປບັງກາລາເທດ ມີຜູ້ເສຍຊີວິດຍ່າງຫນ້ອຍ 12ຄົນ
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຍ່າງກຸ້ງ ປະເທດມຽນມາເມື່ອວັນທີ 9ຕຸລາ ໂດຍອ້າງຈາກລາຍງານຂອງສຳນັກຂ່າວຣອຍເຕີ້ ເຊິ່ງສຳພາດແຫລ່ງຂ່າວດ້ານການທູດທັງໃນວໍຊິງຕັນ, ເມືອງຍ່າງກຸ້ງ ແລະ ໃນຍູໂຣບວ່າ: ລັດຖະບານວໍຊິງຕັນ ແລະ ສະຫະພາບຍູໂຣບ (ອີຍູ) ກຳລັງມີການປະຊຸມເພື່ອພິຈາລະນາມາດຕະການລົງໂທດເຈົ້າຫນ້າທີ່ລະດັບສູງໃນກອງທັບມຽນມາ ເພື່ອຕອບໂຕ້ສະຖານະການດ້ານຄວາມຫມັ້ນຄົງ ແລະ ມະນຸດສະທຳຮອບ ລ່າສຸດໃນລັດຍະໄຂ່ທີ່ຍືດເຍື້ອຕັ້ງແຕ່ປາຍເດືອນສິງຫາທີ່ຜ່ານມາ ແລະ ມີຜູ້ເສຍຊີວິດຫລາຍກວ່າ 500ຄົນແລ້ວ
ທັງນີ້ລັດຖະມົນຕີຕ່າງປະເທດຂອງອີຍູມີກຳນົດຈັດການປະຊຸມກ່ຽວກັບສະຖານະການໃນລັດຍະໄຂ່ ໃນວັນທີ 16ຕຸລານີ້ ໂດຍທ່ານນາງຍູລລາ ທໍເນີ ລັດຖະມົນຕີດ້ານຄວາມຮ່ວມມືເພື່ອການພັດທະນາຂອງເດນມາກກ່າວວ່າ: ລັດຖະບານໂຄເປນເຮເກນກຳລັງພັກດັນເລື່ອງນີ້ເຂົ້າສູ່ທີ່ປະຊຸມ ເພື່ອເພິ່ມແຮງກົດດັນໃຫ້ແກ່ກອງທັບມຽນມາ
ຂະນະທີ່ແຫລ່ງຂ່າວໃນລັດຖະບານວໍຊິງຕັນເຜີຍວ່າ: ກຳລັງມີການຫາລືເປັນການພາຍໃນກ່ຽວກັບການຄວໍ່າບາດທາງເສດຖະກິດຕໍ່ພົນເອ ມິນອ່ອງ ຫລ່າຍ ຜູ້ບັນຊາການທະຫານສູງສຸດຂອງມຽນມາ ແລະ ເຈົ້າຫນ້າທີ່ລະດັບຜູ້ບັນຊາການ ອີກຫລາຍທ່ານ ໂດຍມາດຕະການອາດເປັນການອາຍັດຊັບສິນໃນສະຫະລັດຈຳກັດການອອກວີຊ່າ ແລະ ຫ້າມພົນລະເມືອງອາເມລິກາຕິດຕໍ່ທຸລະກຳຮ່ວມກັບທະຫານກຸ່ມນີ້ ແນວໃດກໍ່ຕາມທ່ານແພກທິດ ເມີຟີ ຜູ້ຊ່ວຍລັດຖະມົນຕີຕ່າງ ປະເທດສະຫະລັດດ້ານກິດຈະການເອເຊຍຕາເວັນອອກສຽງໃຕ້ ກ່າວຕໍ່ທີ່ປະຊຸມຄະນະກຳມາທິການວິເທດສຳພັນຂອງສະພາຜູ້ແທນລາຊະດອນ ເມືອ່ອາທິດທີ່ຜ່ານມາວ່າ: ລັດຖະບານວໍຊິງຕັນຈະຍັງບໍ່ດຳເນີນການຫຍັງທັງຫົມດໃນຕອນນີ້ ທີ່ອາດຈະສົ່ງຜົນໃຫ້ສະຖານະການໃນລັດຍະໄຂ່ບານປາຍ
ໃນເວລາດຽວກັນ ເກີດເຫດເຮືອຜູ້ລີ້ໄພຊາວໂຣຮິນຈາລຳຫນື່ງອັບປາງແມ່ນໍ້ານາບ ເຊິ່ງເປັນພົມແດນທຳມະຊາດລະຫວ່າງຕາເວັນຕົກຂອງມຽນມາກັບພາກຕາເວັນອອກຂອງບັງກາລາເທດ ເມື່ອຄືນວັນອາທິດ ມີຜູ້ເສຍຊີວິດຍ່າງຫນ້ອຍ 12ຄົນ ແຕ່ຍັງສູນຫາຍອີກຫລາຍສິບຄົນໂດຍມີລາຍງານວ່າຈຳນວນຜູ້ໂດຍສານແອອັດຢູ່ເທິງເຮືອປະມານ 80-100ຄົນ