ເກົາຫລີເໜືອປະກາດພ້ອມຈະທຳລາຍອາວຸດນິວເຄຣຍ ແຕ່ຫລັງຈາກທີ່ອາເມລິກາທຳລາຍອາວຸດນິວເຄຣຍຂອງຕົນໝົດສາກ່ອນ

ວັນທີ 17 ຕຸລາ ສຳນັກຂ່າວ Sputnik ພາດຫົວຂ່າວວ່າ: "ເກົາຫລີເໜືອສະໜັບສະໜຸນການຫ້າມອາວຸດນິວເຄຣຍແຕ່ຈະລະຖິ້ມອາວຸດນິວເຄຣຍເຫລົ່ານັ້ນທີ່ຫລັງອາເມລິກາເທົ່ານັ້ນ"

ທ່ານ Kim In Ryong ຮອງຜູ້ແທນຖາວອນຂອງເກົາຫລີເໜືອປະຈຳສະຫະປະຊາຊາດກ່າວວ່າ ປຽງຢາງສະນັບສະໜຸນແນວຄິດໃນການຫ້າມມີອາວຸດນິວເຄຣຍທັງໝົດໃນໂລກນີ້ ແຕ່ຈະຂໍເກັບອາວຸດນິວເຄຣຍຂອງຕົນໄວ້ກ່ອນ ຈົນກ່ວາວ່າອາເມລິກາຈະທຳລາຍອາວຸດນິວເຄຣຍຂອງຕົນເອງໝົດສາກ່ອນ

ທູດເກົາຫລີເໜືອຍັງກ່າວຕື່ມອີກວ່າ:ເ ການຄອບຄອງອາວຸດນິວເຄຣຍ ແລະຂີປະນາວຸດວິຖີໂຄ້ງຂ້າມທະວີບ (ICBM)ເປັນມາດຕະການທີ່ມີຄວາມຊອບທຳສຳລັບການປ້ອງກັນຕົນເອງ 


Powered by Blogger.