ຣັດເຊຍສົ່ງມອບປືນໄຣເຟິນ AK 5,000 ກະບອກ ພ້ອມລູກປືນອີກ 1 ລ້ານລູກ ແລະລົດບັນທຸກທະຫານ 20 ຄັນໃຫ້ກອງທັບຟີລິບປິນຟີຣ
ວັນທີ 16 ຕຸລາ 2017 ສຳນັກຂ່າວ Sputnik ລາຍງານວ່າ: ຣັດເຊຍສົ່ງມອບປືນໄຣເຟິລ ຄາຣາຊນິຄອບ ໃຫ້ຟີລິບປິນ
ຫລັງຈາກທີ່ປະທານາທິບໍດີ ໂຣດິໂກ ດູແຕເຕແຫ່ງຟີລິບປິນ ສະແດງຄວາມສົນໃຈທີ່ຈະຈັດຊື້ປືນຈາກຣັດເຊຍ ລະຫວ່າງພົບປະກັບປະທານາທິບໍດີ ປູຕິນແຫ່ງຣັດເຊຍເມື່ອຕົ້ນປີນີ້ ການສົ່ງມອບປືນໄຣເຟິລ Kalashnikov (AK) ກໍ່ໄດ້ເລີ່ມຂື້ນແລ້ວ ການເຄື່ອນໄຫວຄັ້ງນີ້ເກີດຂື້ນຫລັງຈາກທີ່ ອາເມລິກາ ປະຕິເສດທີ່ຈະຂາຍປືນ ໄຣເຟິລ M4 ຈຳນວນ 26,000 ກະບອກ ໃຫ້ກອງທັບຟີລິບປິນ ເພື່ອໃຊ້ໃນພາລະກິດປາບປາມພວກຄ້າຢາເສບຕິດ ແລະອື່ນໆ
ໃນຕອນເຊົ້າຂອງວັນຈັນທີ 16 ຕຸລາ 2017 ທ່ານ Carlos Sorreta ເອກອັກຄະຣາຊທູດ ຟີລິບປິນປະຈຳຣັດເຊຍ ກ່າວກັບສຳນັກຂ່າວ Sputnik ວ່າ ຣັດເຊຍໄດ້ສົ່ງມອບປືນໄຣເຟິລ Kalashnikov (AK) ຈຳນວນ 5,000 ກະບອກ ລູກປືນອີກ 1 ລ້ານລູກ ແລະລົດບັນທຸກທະຫານ 20 ຄັນ ໃຫ້ແກ່ຟີລິບປິນໂດຍບໍ່ຄິດຄ່າໃຊ້ຈ່າຍໃດໆ ແລະຈະເດີນທາງຮອດຟີລິບໃນວັນທີ 22 ຕຸລານີ້