11 ເຄັດລັບທີ່ເຮັດໃຫ້ທ່ານມີກິ່ນກາຍທີ່ຫອມຊວນຫຼົງໄຫລ

Related image

ສຳລັບຄົນໃດທີ່ຕ້ອງການມີກິ່ນຫອມຕິດໂຕທັງຄືນທັງເວັນຫ້າມພາດຄໍລຳນີ້ເດັດຂາດ ໃນສາລະໜ້າຮູ້ ແອັດມິນມາເອົາໃຈຄົນທີ່ມັກກິ່ນຫອມ ແລະ ຕ້ອງການໃຫ້ກິ່ນຫອມຕິດຕົວທັງຄືນທັງເວັນມາຝາກ ເຊິ່ງຈະເຮັດແນວໃດນັ້ນ ເຮົາມາອ່ານໄປພ້ອມກັນເລີຍ
  1. ໝັ່ນອາບນ້ຳຢ່າງໜ້ອຍວັນລະ 1-2 ເທື່ອ
  2. ໃຊ້ຜະລິດຕະພັນດັບກິ່ນກາຍ
  3. ຫຼັງອາບນ້ຳໃຫ້ໃຊ້ຄຣີມທາຜິວທີ່ມີກິ່ນຫອມທາທີ່ຕົວ
  4. ສີດນ້ຳຫອມໃສ່ຕາມຈຸດທີ່ສຳຄັນເຊັ່ນ: ບໍລິເວນຂໍ້ພັບຕ່າງໆ
  5. ຮົມຢາອາທິດລະເທື່ອ ເພາະວິທີນີ້ຈະຊ່ວຍຂັບເຫື່ອ ແລະ ກິ່ນໃນຕົວອອກໄປໄດ້
  6. ໃສ່ເສື້ອຜ້າທີ່ມີກິ່ນຫອມ
  7. ຫຼີກລ່ຽງການກິນອາຫານທີ່ມີກິ່ນແຮງ
  8. ບໍ່ຄວນດື່ມເຄື່ອງດື່ມທີ່ມີສານຄາເຟອິນຫຼາຍ
  9. ກິນຜັກ, ໝາກໄມ້ ແລະ ດື່ມນ້ຳໃຫ້ຫຼາຍໆ
  10. ບໍ່ສູບຢາ
  11. ຢ່ານຸ່ງເຄື່ອງປົນກັບຄົນອື່ນ
ຢາກມີໂຕຫອມທັງເວັນທັງຄືນ ລອງເຮັດຕາມທີ່ບອກຮັບຮອງວ່າທ່ານໂຕທານຈະມີກິ່ນຫອມແນ່ນອນ

Cr : laopost.com
Powered by Blogger.