ປຽງຍາງ ສົ່ງຈົດຫມາຍເຕືອນອອສເຕເລຍ ຢ່າຍ່າງຕາມສະຫະລັດ

ເກົາຫລີເຫລືອສົ່ງຫນັງສືເປີດຜະນຶກເຖິງອອສເຕເລຍວ່າ: ລັດຖະບານແຄນເບີຣາບໍ່ຄວນເຂົ້າໄປຍຸ້ງກ່ຽວກັບນະໂຍບາຍເລື່ອງຄາບສະຫມຸດເກົາຫລີຂອງສະຫະລັດ
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຊິດນີ ປະເທດອອສເຕເລຍເມື່ອວັນທີ 20ຕຸລາວ່າ: ຫນັງສືພິມຊິດນີ ມໍນິ່ງ ເຮອຣັລ ສະບັບວັນສຸກຕີພິມສຳເນົາຫນັງສືລາຊະການທີ່ມີຫົວຂໍ້ວ່າ ຈົດຫມາຍເປີດຜະນຶກເຖິງລັດຖະສະພາ ນານາ ປະເທດ ເຊິ່ງຫນື່ງໃນນັ້ນສົ່ງເຖິງລັດຖະສະພາໃນກຸງແຄນເບີຣາ ລົງຊື່ຜູ້ສົ່ງຄືສະຖານເອກອັກຄະລາຊະທູດເກົາຫລີປະຂຳກຸງຈາກາຕາ ເຖິງສະຖານເອກອັກຄະລາຊະທູດອອສເຕເລຍປະຈຳກຸງຈາກາຕາເຊັ່ນກັນ
ສຳລັບສາລະສຳຄັນໃນຈົດຫມາຍສະບັບດັ່ງກ່າວ ເຊິ່ງລົງວັນທີ 28ກັນຍາທີ່ຜ່ານມາ ລະບຸວ່າ: ຫາກປະທານາທິບໍດີໂດນັລ ທຣຳ ຄິດວ່າສາມາດຈັດການເກົາຫລີເຫນືອໄດ້ດ້ສນຄຳຂົ່ມຂູ່ເຮັດສົງຄາມນິວເຄຍຄືການປະເມີນສະຖານະການຜິດ ພາດຍ່າງຫນັກ ແລະ ຍັງຖືເປັນການສະແດງອອກອັນໂງ່ ດ້ວຍເຫດຜົນນີ້ລັດຖະບານທີ່ຮັກໃນເສລີພາບ ແລະ ຄວາມຍຸດຕິທຳຈື່ງຄວນຖອນໂຕອອກຈາກການສະຫນັບສະຫນູນການກະທຳອັນໄຮ້ສະຕິຂອງຜູ້ນຳສະຫະລັດ ທີ່ກຳລັງ ພະຍາຍາມນຳພາໂລກໃຫ້ພົບກັບສົງຄາມນິວເຄຍ
ຂະນະທີ່ນາງຈູລີ ບິຊອບ ລັດຖະມົນຕີກະຊວງການຕ່າງປະເທດອອສເຕເລຍກ່າວວ່າ: ລັດຖະບານແຄນເບີຣາອານຸຍາດໃຫ້ຊິດນີ ມໍນິ່ງ ອຣັລ ຕີພິມສຳເນົາຈົດຫມາຍສະບັບນັ້ນ ເຊິ່ງຖືເປັນການສື່ສານທີ່ເກືອບບໍ່ເຄີຍເກີດຂື້ນມາກ່ອນ ລະຫວ່າງລັດຖະບານປຽງຍາງກັບອອສເຕເລຍ ແລະ ນານາປະເທດ
ທັງນີ້ທຣຳກ່າວຖ້ອຍຖະແຫລງຕໍ່ທີ່ປະຊຸມສະມັດຊາສະຫະປະຊາຊາດ (ຍູເອັນຈີເອ) ທີ່ນະຄອນນິວຍອກເມື່ອເດືອນກັນຍາທີ່ຜ່ານມາ ປະກາດຄວາມພ້ອມທາງທະຫານຂອງສະຫະລັດໃນການທຳລາຍລ້າງເກົາຫລີເຫນືອ ເຊິ່ງເປັນປະເທດທີ່ ຢູ່ພາຍໃຕ້ການປົກຄອງຂອງມະນຸດຈະຫລວດ ຫາກເຖິງຄາວຄັບຂັນທີ່ອາເມລິກາຕ້ອງປ້ອງກັນໂຕເອງ ສ້າງຄວາມບໍ່ພໍໃຈຍ່າງຫນັກໃຫ້ກັບລັດຖະບານປຽງຍາງເຖິງຂັ້ນທີ່ທ່ານຄິມຈອງອຶນ ຜູ້ນຳສູງສຸດຂອງເກົາຫລີເຫນືອອອກຖະແຫລງ ການດ້ວຍໂຕເອງເປັນຄັ້ງທຳອິດ ປະນາມທຣຳເປັນຄົນສະຕິບໍ່ສົມປະກອບ ແລະ ສະຫະລັດຕ້ອງຊົດໃຊ້ເລື່ອງນີ້ຍ່າງສະສົມ
