ໄທ-ຈີນ ຈະເພີ່ມທະວີຮ່ວມມືດ້ານເສັ້ນທາງລົດໄຟ

ຕາມຂ່າວຕ່າງປະເທດ, ເມື່ອບໍ່ດົນມານີ້, ເຈົ້າໜ້າທ່ີ ຂັ້ນສູງໄທໃຫ້ຮູ້ວ່າ ປະເທດນີ້ ແລະ ຈີນ ຈະເພີ່ມທະວີຮ່ວມມືໂຄງການກໍ່ສ້າງເສັ້ນທາງລົດໄຟເຊື່ອມຈອດລະຫວ່າງນະຄອນຣາດຊາສີມາ ແລະ ບາງກອກ, ເຊິ່ງມີຄວາມຍາວ 253 ກິໂລແມັດ ໂດຍຈະເລີ່ມຕົ້ນເຂົ້າສູ່ການເຄື່ອນໄຫວໃນເດືອນພະຈິກນີ້.
ເມື່ອເດືອນ ກໍລະກົດ ຜ່ານມາລັດຖະບານໄທໄດ້ອະນຸມັດບ້ວງເງິນ 5 ຕື້ໂດລາສະຫະລັດ ເພື່ອກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງລະຫວ່າງ ໄທ ແລະ ຈີນ.
ຄາດວ່າ ໄລຍະທຳອິດ ຈະມີຄວາມຍາວ 250 ກິໂລແມັດ ເພື່ອເຊື່ອມຈອດລະຫວ່າງບາງກອກ ແລະ ນະຄອນຣາດຊາສີມາ ຫລື ຮຽກວ່າໂຄລາດ ແລະ ຈະເປີດກວ້າງອອກໄປເຖິງໜອງຄາຍ, ເຊິ່ງເປັນເຂດຊາຍແດນລະຫວ່າງໄທ ແລະ ສປປລາວ ເພື່ອແນໃສ່ເຊື່ອມຈອດກັບທາງພາກໃຕ້ຂອງ ຈີນ
ຂໍ້ມູນຈາກ: ລາວໂພສ