ກອງທັບອີຣັກ ຍຶດເມືອງເຄີຄຸກໄດ້ຍ່າງສຳເລັດ



ນັກຮົບເຄຣິດທະຍອຍຖອນກຳລັງອອກຈາກເມືອງເຄີຄຸກ ເຊິ່ງເປັນແຫລ່ງນໍ້າມັນທີ່ສຳຄັນຂອງອີຣັກ ເປີດທາງໃຫ້ລັດຖະບານສາມາດເຂົ້າມາຄວບຄຸມພື້ນທີ່ໄດ້ຍ່າງສົມບູນເປັນຄັ້ງທຳອິດໃນຮອບ 14ປີ

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຄີຄຸກ ປະເທດອີຣັກເມື່ອວັນທີ 19ຕຸລາວ່າ: ກອງທັບອີຣັກປະກາດຄວາມສຳເລັດໃນການຍຶດຄອງເມືອງເຄີຄຸກໄດ້ທັງຫມົດ ຫລັງສາມາດຄວບຄຸມພື້ນທີ່ລາດຊະການທຸກແຫ່ງ ແລະ ບໍ່ນໍ້າມັນຂະ ຫນາດໃຫຍ່ 5ແຫລ່ງຈາກທັງຫມົດ 6ແຫລ່ງໃນພື້ນທີ່ ຕະຫລອດຈົນພື້ນທີ່ບາງສ່ວນຂອງຈັງຫວັດດິຍາລາ ແລະ ຈັງຫວັດນິເນເວ ເຊິ່ງເປັນສະຖານທີ່ຕັ້ງຂອງເຂື່ອນໂມຊຸລ ຂະນະທີ່ກອງກຳລັງນັກຮົບຊາວເຄຣິດໃນນາມເພີເມີກາ ທະຍ່ອຍຖອນກຳລັງອອກຈາກບໍລິເວນດັ່ງກ່າວໂດຍປາສະຈາກການສູ້ຮົບກັນ

ທັງນີ້ສະຖານະການທີ່ເກີດຂື້ນຖືເປັນການສູນເສຍພື້ນທີ່ຍຶດຄອງຂອງລັດຖະບານເຄີດິສຖານຄັ້ງທຳອິດ ນັບຕັ້ງແຕ່ປະກາດປັກປັນອານາເຂດຂອງພື້ນທີ່ດັ່ງກ່າວໃຫ້ຢູ່ພາຍໃຕ້ອຳນາດຂອງເຂດປົກຄອງຕົນເອງດິສຖານ ໂດຍໄດ້ຮັບຄວາມ ຊ່ວຍເຫລືອຈາກກອງທັບສະຫະລັດເມື່ອປີ 2546 ຂະນະທີ່ເຖິງແມ່ນວ່າສູນເສຍອານາເຂດຫລາຍສ່ວນໄປໃຫ້ກຸ່ມໄອເອັສເຊິ່ງບຸກເຂົ້າມາເມື່ອກາງປີ 2557 ແຕ່ກອງກຳລັງເພັດເມີກາສາມາດສູ້ຮົບປົດປ່ອຍພື້ນທີ່ກັບຄືນມາໄດ້

ແນວໃດກໍຕາມພື້ນທີ່ສ່ວນນີ້ເຊິ່ງມີອານາບໍລິເວນປະມານ 1,000ຕາຕາລາງກິໂລແມັດ ຈາກພົມແດນທາງຕາເວັນອອກທີ່ຕິດກັບອີຣ່ານ ແລະ ຝັ່ງຕາເວັນຕົກທີ່ຕິດກັບຊີເລຍ ເປັນພື້ນທີ່ພິພາກລະຫວ່າງລັດຖະບານເຄີດິສຖານກັບລັດ ຖະບານແບກແດດນັບຈາກນັ້ນເປັນຕົ້ນມາ ແລະ ສະຖານະການຍິ່ງທະວີຄວາມຕຶງຄຽດເມື່ອລັດຖະບານເຄີດິສຖານຈັດການລົງປະຊາມະຕິແຍກເອກະລາດເມື່ອວັນທີ 25ກັນຍາທີ່ຜ່ານມາ ໂດຍເມືອງເຫລົ່ານີ້ເຂົ້າຮ່ວມນຳ

ດ້ານນາຍົກລັດຖະມົນຕີໄຮເດີ ອັລອາບາດີ ຜູ້ນຳອີຣັກກ່າວວ່າ: ລັດຖະບານແບກແດດພ້ອມເຈລະຈາກັບລັດຖະບານເຄີດິສຖານ ເພື່ອເປັນການພັນທະມິດແຫ່ງຊາດພາຍໃຕ້ລັດຖະທຳມະນູນຂອງອີຣັກ ແຕ່ຍັງບໍ່ມີການສະແດງທ່າທີ່ຈາກ ທ່ານມາສຊູດ ບາຊານີ ປະທານາທິບໍດີເຄີດິສຖານ ເຊິ່ງສູນເສຍສະຖຽນລະພາບທັງທາງການເມືອງ ແລະ ເສດຖະກິດຍ່າງຫນັກ ທີ່ເປັນຜົນຈາກການກົດດັນຍ່າງຫນັກຂອງລັດຖະບານແບກແດດ ໂດຍໃນຕອນນີ້ລັດຖະບານເຄີດິສຖານ ເຫລືອສິດເຫນືອບໍ່ນໍ້າມັນພຽງແຫ່ງດຽວໃນເມືອງເຄີຄຸກ ຄືບໍ່ນໍ້າມັນຄູມາລາ ທີ່ມີກຳລັງການຜະລິດຽງ 10,000ບາເຣລ/ມື້ ແລະ ນໍ້າມັນທີ່ໄດ້ມີຄຸນນະພາບຕໍ່າກວ່ານໍ້າມັນຈາກອີກ 5ບໍ່ທີ່ກອງທັບອີຣັກຍຶກໄປຫລາຍ




Powered by Blogger.