ດູເຕີເຕສະຫຼອງປົດປ່ອຍເມືອງມາຣາວີ ແຕ່ກອງທັບບອກຍັງປົດປ່ອຍບໍ່ໄດ້ 100%


ເອເອຟພີລາຍງານເມື່ອວັນທີ 17 ຕຸລາ ວ່າ ທ່ານ ໂຣຣິໂກ ດູເຕີເຕ ປະທານາທິບໍດີ ຟຶລິບປຶນ ນຳທະຫານສະຫຼອງໄຊທ່າມກາງສາຍຝົນໃນເມືອງ ມາຣາວີ ເພື່ອປະກາດສັນຍານວ່າປົກປ່ອຍເມືອງນີ້ຈາກຜູ້ກໍ່ການຮ້າຍໄດ້ແລ້ວ ເຖິງແມ່ນວ່າ ທະຫານຈະລະບຸວ່າການສູ້ຮົບລະຫວ່າງລັດຖະບານກັບກຸ່ມກໍ່ການຮ້າຍທີ່ດຳເນີນມາກວ່າ 5 ເດືອນຍັງບໍ່ສຳເລັດລົງ 100% ເພາະຍັງຕ້ອງໄປຊ່ວຍເຫຼືອຕົວປະກັນປະມານ 20 ຄົນ ຈາກນັກຮົບທີ່ເຫຼືອຢູ່ປະມານ 20-30 ຄົນ
 ທ່ານ ດູດຕີເຕກ່າວ “ທ່ານຍິງ ແລະ ທ່ານຊາຍ ຂ້ອຍຂໍປະກາດວ່າເມືອງມາຣາວີເປັນອິດສະຫຼະຈາກການຮຸກຮານຂອງກຸ່ມກໍ່ການຮ້າຍແລ້ວ ເຊິ່ງເປັນຈຸດເລີ່ມຕົ້ນຂອງການຟື້ນຟູເມືອງໃຫ້ຄືນສູ່ສະພາບເດີມ”
 ຂໍ້ມູນຈາກ: ລາວໂພສ
Powered by Blogger.