ສະຫະລັດ ບໍ່ຖີ້ມແຜນໃຊ້ກຳລັງທະຫານ! ໂສມໃຕ້ເສີມ THAAD ຊ້ອມຍິງຖະຫຼົ່ມ ຖານນິວເຄຍໂສມເໜືອ
ເກົາຫຼີໃຕ້ ແລະ ສະຫະລັດ ຕົກລົງທີ່ຈະເຄື່ອນອຸປະກອນສຳລັບຕິດຕັ້ງ ລະບົບຕໍ່ຕ້ານຂີປະນາວຸດຂັ້ນສູງ ຫຼື THAAD ອີກ 4 ເຄື່ອງຫຼັງຈາກທີ່ມີ 2 ເຄື່ອງຕິດຕັ້ງໄປແລ້ວ ໃນຖານທັບສະຫະລັດທີ່ເຂດ ຊອງຈູ ຫ່າງຈາກກຸງ ໂຊລ ໄປທາງທິດໃຕ້ 300 ກ.ມ ແຕ່ເຮັດໃຫ້ຊາວບ້ານໃນພື້ນທີ່ວິຕົກກັງວົນ ເລື່ອງຜົນກະທົບທາງສິ່ງແວດລ້ອມ.

ຜູ້ນຳເກົາຫຼີໃຕ້ ຮຽກຮ້ອງໃຫ້ລົງໂທດການກະທຳອັນຍົ່ວຍຸ ຂອງເກົາຫຼີເໜືອ ທີ່ເດີນໜ້າທົດສອບລະເບີດນິວເຄຍເປັນຄັ້ງທີ່ 6 ທັ້ງທີ່ UNLC ຫາກະມີມະຕິເປັນເອກະສັນໃຫ້ຜ່ານມາດຕະການຄວຳ້ບາດເກົາຫຼີເໜືອຄັ້ງໃໝ່ ໂດຍຈຳກັດການສົ່ງອອກ ແລະ ການລົງທືນຢ່າງເຂັ້ມງວດ ເພື່ອລົງໂທດຈາກການທີ່ທົດສອບຍິງຂີປະນາວຸດຂ້າມທະວີບເຖີງ 2 ຄັ້ງ ເມື່ອຕົ້ນເດືອນ ສິງຫາ ຂະນະດຽວກັນ ເຈົ້າໜ້າທີ່ທະຫານລະດັບສູງຂອງເກົາຫຼີໃຕ້ ແລະ ສະຫະລັດ ຖະແຫຼງພ້ອມຮ່ວມມືຕອບໂຕ້ເກົາຫຼີເໜືອ ດ້ວຍຍຸດທະວິທີທາງການທະຫານ.
ຂະນະທີ່ ໂດໂນລ ທຮັມ ຜູ້ນຳສະຫະລັດ ໂພສຂໍ້ຄວາມປະນາມເກົາຫຼີເໜືອ ລວມທັງວິພາກວິຈານເກົາຫຼີໃຕ້ວ່າ ຕົນເຄີຍບອກແລ້ວວ່າຄວາມພະຍາຍາມຫາລືທາງການທູດ ກັບເກົາຫຼີເໜືອນັ້ນບໍ່ໄດ້ຜົນ ແລະ ເຕືອນໄປຍັງເກົາຫຼີເໜືອວ່າ ສະຫະລັດອາດເປີດສາກໂຈມຕີທາງການທະຫານຄັ້ງໃຫຍ່ ເພື່ອຕອບໂຕ້ການຄຸກຄາມຈາກເກົາຫຼີເໜືອ.