ສະຫະລັດຈະຂາຍອາວຸດທີ່ລໍ້າຍຸກໃຫ້ຢີ່ປຸ່ນແລະເກົາຫຼີໃຕ້(ກົດຊົມຄລິບ)
ສໍານັກຂ່າວຕາງປະເທດລາຍງານຈາກກຸງວໍຊີງຕັນ
ປະເທດສະຫະລັດໃນວັນທີ່ 5 ກັນຍາວ່າ ທຣໍາຂຽນລົງໃນທວິດເຕີວ່າ ຂ້າພະເຈົ້າອານຸຍາດໃຫ້ຢີ່ປຸ່ນແລະເກົາຫຼີໃຕ້ຊື້ອຸປະກອນກອງທັບທີ່
ລໍ້າຍຸກ ຫຼາຍກວ່າເກົ່າຂອງສະຫະລັດ ທ່າມກາງຄວາມຕຶງຄຽດຢ່າງສູງ
ຖະແຫຼງການຂອງຜູ້ນໍາສະຫະລັດມີຂື້ນ
ຫຼັງຈາກເກົາຫຼີເໜືອທົດສອບອາວຸດນິວເຄຣຍຄັ້ງທີ່ 6 ໃນວັນທີ່ 3 ກັນຍາທີ່ຜ່ານມາ
ເນື່ອງຈາກເປັນການທົກສອບລະເບີດທີ່ທີ່ຊົງພະລັງທີ່ສຸດຂອງລັດຖະບານປຽງຍາງເທົ່າທີ່ເຄີຍມີມາ
ທຣໍາບໍ່ລະບຸລະອຽດກ່ຽວກັບຊະນິດຂອງອາວຸດແລະອຸປະກອນທີ່ຈະຂາຍໃຫ້
2 ປະເທດພັນທະມິດ ແຕ່ການຖະແຫຼງການຂອງທໍານຽບຂາວກ່າວວ່າ
ທຣໍາພພ້ອມຈະອານຸມັດການຂາຍອາວຸດແລະອຸປະກອນກອງທັບມູນຄ່າ
ຫຼາຍພັນລ້ານໂດລ່າສະຫະລັດໃຫ້ເກົາຫຼີໃຕ້
ເຊິ່ງຖະແຫຼງການຂອງທໍານຽບຂາວຍັງຢືນຢັນການປະກາດຂອງລັດຖະບານເກົາຫຼີໃຕ້ກ່ອນໜ້ານີ້
ວ່າລັດຖະບານຈະຍົກເລີກກ່ຽວກັບນໍ້າໜັກຫົວລົບຕິດຂີປະນາວຸດຂອງເກົາຫຼີໃຕ້ເຊິ່ງແຕ່ກ່ອນໂຊຖືກຈໍາກັດໄວ້ບໍ່ເກີນ
500 ກກ ຕາມຂໍ້ຕົກລົງໃນປີ 2001