4 ອາຫານ ກິນບຳຣຸງສະໝອງ ໃຜມັກຂີ້ຫຼົງ ຂີ້ລືມ ໄປຫາມາກິນດ່ວນ!!

ອາການຂີ້ຫຼົງຂີ້ລືມ ເກີດໄດ້ກັບທຸກເພດທຸກໄວ ໂດຍສະເພາະຜູ້ທີ່ເລີ່ມມີອາຍຸຫຼາຍຂຶ້ນ ບາງຄົນເລືອກທີ່ຈະກິນວິຕາມິນ ແລະ ອາຫານເສີມ ເພື່ອທີ່ຈະຊ່ວຍປ້ອງກັນ ຫລື ຮັກສາອາການຂີ້ລືມນີ້ ແຕ່ຫາກກິນຢາຫລາຍເກີນໄປກໍຈະເກີດສານເຄມີສະສົມທີ່ຈະຕົກຄ້າງຕາມຮ່າງກາຍ ແລະ ກາຍເປັນອັນຕະລາຍຕໍ່ສຸຂະພາບໄດ້
ມື້ນີ້ເຮົາຈະມາແນະນຳອາຫານ 4 ຢ່າງ ທີ່ເມື່ອຮັບປະທານແລ້ວຈະຊ່ວຍເລື່ອງຄວາມຈຳໄດ້ ແລະ ກິນເຂົ້າໄປກໍບໍ່ເກີດການສະສົມສານເຄມີໃນຮ່າງກາຍອີກດ້ວຍ ປະກອບໄປດ້ວຍອາຫານ 4 ຢ່າງດັ່ງນີ້:
- ພືດຕະກູນຖົ່ວເຊັ່ນ: ຖົ່ວດິນ ເຊິ່ງໃນຖົ່ວຈະອຸດົມໄປດ້ວຍໂປຣຕີນຢ່າງຫລວງຫລາຍ ແລະ ຍັງມີວິຕາມິນອີ ທີ່ມີສ່ວນຊ່ວຍເສີມສ້າງຄວາມຈຳໃຫ້ດີຂຶ້ນ ບໍ່ກາຍເປັນຄົນຂີ້ຫຼົງຂີ້ລືມ
- ນົມຖົວເຫຼືອງ ຈະປະກອບໄປດ້ວຍວິຕາມິນຕ່າງໆ ໄດ້ແກ່ ວິຕາມິນເອ ບີ ບີ1 ບີ2 ບີ6 ບີ12 ມີຄາຣ໌ໂບໄຮເດດ ຟອດຟໍລັດ ແຄລຊຽມ ແລະ ມີສານບຳຣຸງສະຫມອງຢ່າງເລຊິຕິນອີກດ້ວຍ ສາມາດປ້ອງກັນພະຍາດຄວາມຈຳເສື່ອມໄດ້ດີ
- ໄຂ່ ເປັນແຫຼ່ງໂປຣຕີນທີ່ສົ່ງຜົນດີີຢ່າງຫຼວງຫລາຍໃນເລື່ອງຄວາມຈຳ ອຸດົມໄປດ້ວຍເກືອແຮ່ ແລະ ວິຕາມິນ ປະກອບດ້ວຍ ໂປຣຕີນ ໄຂມັນ ວິຕາມິນ ເອ ບີ ດີ ອີ ຟອດຟໍລັດ ໄອໂອດີນ ຊິລິນຽມ ສັງກະສີ ແຄລຊຽມ ມີໂຄລີນທີ່ເປັນສ່ວນປະກອບໃນເລຊິຕິນ ຊ່ວຍໃນເລື່ອງສ້າງສານສື່ປະສາດ ໂດຍສະເພາະໃນສ່ວນສະໝອງທີ່ເຮັດຫນ້າທີ່ກ່ຽວກັບຄວາມຈຳ
- ປາ ອຸດົມໄປດ້ວຍກົດອະມິໂນໄທໂຣຊິນ ຊ່ວຍໃນເລື່ອງການກະຕຸ້ນ ແລະ ປັບປ່ຽນການເຮັດວຽກຂອງສະໝອງ ຟື້ນຟູຄວາມຈຳໄດ້ເປັນຢ່າງດີ ແລະ ມີດີເອດເອຊ່ວຍເສີມສ້າງຄວາມຊົງຈຳ ແລະ ການຮຽນຮູ້ ປ້ອງກັນພະຍາດສະໝອງເສື່ອມໄດ້ຜົນດີີຫຼາຍ
- ຖ້າຫາກໃຜທີ່ກຳລັງຊອກຫາຜະລິດຕະພັນອາຫານເສີມ ເພື່ອຊ່ວຍໃນເລື່ອງຂອງຄວາມຈຳ ລອງຄິດເບິ່ງດີໆ ເພາະທານສາມາດຮັບປະທານອາຫານທັງ 4 ປະເພດເຫຼົ່ານີ້ ເພື່ອສົ່ງເສີມໃນເລື່ອງຂອງຄວາມຈຳໄດ້ ໂດຍສາມາດກິນເທົ່າໃດກໍໄດ້ ບໍ່ຕ້ອງຢ້ານສານເຄມີຕົກຄ້າງ ແຖມຍັງມີປະໂຫຍດ ແລະ ມີລາຄາທີ່ຖືກກວ່າເປັນເທົ່າໂຕ