ເຮຶອຮົບຣັດເຊຍຍິງຈະລວດຖະຫຼົ່ມຖານໄອເອສໃນຊີເຣຍ(ກົດຊົມຄລິບ.)
ເຮືອ ຟີຣເກຕ
ຣັດເຊຍຍິງຈະລວດຖະຫຼົ່ມຖານໄອເອສໃນຊີເຣຍໃນວັນອັງຄານ
ໂດຍເປັນທີ່ມີນັກຮົບຳອເອສຈາກຣັດເຊຍປະຈໍາຢູ່ແລະໃນຄືນວັນຈັນ
ທະຫານຣັດເຊຍຖືກດັກຊຸ່ມໂຈມຕີເສຍຊີວິດ 2 ສະຫາຍ
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງມົດສະກູ
ປະເທດຣັດເຊຍ ໃນວັນທີ່ 5 ກັນຍາວ່າ ຖະແຫຼງການຂອງກະຊວງປ້ອງກັນປະເທດຣັດເຊຍ ກ່າວວ່າ
ເຮືອຟີຣເກຕ ແອດມີຣັລ ເອສເຊນ ຂອງກອງທັບເຮືອຣັດເຊຍ
ທີ່ລອຍລໍາຢູ່ເທິງໜ້ານໍ້າທະເລເມດິເຕີເຣນ່ຽນ ຍິງຈະລວດຄາລິເບີໂຈມຕີເປົ້າໝາຍກຸ່ມໄອເອສ
ໃນຊານເມືອງເດອີ ເອຊຊໍ ທາງພາກຕາເວັນອອກຂອງຊີເຣຍ ໃນວັນອັງຄານ
ເພື່ອຊ່ວຍເຫຼືອການບຸກໂຈມຕີພາກພື້ນດິນຂອງກອງທັບລັດຖະບານຊີເຣຍ
ການຍິງຖະຫຼົ່ມຈາກເຮືອ
ແອດມິຣັລ ເອສເຊນ ສາມາດທໍາລາຍສູນບັນຊາການ ສະຖານນີສື່ສານ ຄັງອາວຸດ
ໂຮງສ້ອມແປງຍານຫຸ້ມເກາະ ຂອງກຸ່ມໄອເອສແລະສັງຫານນັກຮົບໄອເອສ ຈໍານວນຫຼາຍ
ໂດຍການໂຈມຕີມີຂື້ນຈາກສາຍຂ່າວລະບຸວ່າຖານແຫ່ງນີ້ມີນັກລົບໄອເອສຈາກຣັດເຊຍ ແລະຈາກອາດີດປະເທດໃນສະຫະພາບໂຊຫວຽດ
ປະເທດໜຶ່ງປະຈໍາຢູ່