ໂທລະສັບ Nokia ຈະໄດ້ຮັບການອັບເກຣດເປັນ Android Oreo


Juho Sarvikas ຜູ້ບໍລິຫານຝ່າຍຜະລິດຕະພັນຂອງ HMD Global ປະກາດຜ່າທວິດເຕີວ່າ ສະມາດໂຟນ Nokia ຍຸກໃໝ່ໃນລຸ່ນ Nokia 3,5,6,8 ຈະໄດ້ຮັບການອັບເກຣດໃຫຍ່ເປັນ Android 8.0 Oreo ທັງໝົດ
Nokia ຍຸກ HMD Global ຊູຈຸດຂາຍເລື່ອງລະບົບປະຕິບັດການ Android ແບບບໍປັບແຕ່ງ ແລະອັບແພດຊ໌ຄວາມປອດໄພທີ່ໄວຢູ່ກ່ອນແລ້ວ ການໄດ້ຮັບຄໍຢືນຢັນວ່າຈະໄດ້ອັບເກຣດເວີຊັ່ນໃໝ່ ກໍ່ຊ່ວຍໃຫ້ລູກຄ້າຂອງ Nokia ໝັ້ນໃຈຫຼາຍຂື້ນ





ແນວໃດກໍ່ຕາມຕອນນີ້ທາງ HMD ຍັງບໍ່ໄດ້ປະກາດຊ່ວງເວລາທີ່ຈະອອກ Android 8.0 Oreo  ວ່າຈະອອກເມື່ອໃດ

ທີ່ມາ:  Android police 
Powered by Blogger.