ຜົວສຸດທົນເມຍຮັກໝາຫຼາຍກວ່າຕົນເອງພາຂື້ນນອນເທິງຕຽງງົດມີເຊັກ


ເວັບໄຊຂ່າວອິສຣາເອລ ໂທມ໌ ອອຟ ອິສຣາເອລ ລາຍງານຈາກປະເທດອິສຣາເອລ ໃນວັນທີ່ 5 ກັນາວ່າ ຊາຍໜຸ່ມຊາວອິດສຣາເອລທີ່ອາໄສຢູ່ພາກເໜືອຂອງປະເທດເຊິ່ງບໍ່ໄດ້ຮັບການເປີດເຜີຍຊື່ຟ້ອງຮ້ອງຂໍຢ່າຮ້າງເມຍເນື່ອງຈາກຝ່າຍຍິງຮັກໝາແລະລູກໝາຫຼາຍກວ່າຕົນເອງ ມັກໃຫ້ໝາຂື້ນນອນເທິງບ່ອນນໍາຈົນຂັດຂວາງການມີເພດສໍາພັນ ຄູ່ຜົວເມຍນີ້ ອາຍຸ 40 ປີ ເມຍມີອາຊີບເປັນຄູໂຮງຮຽນປະຖົມແລະຜົວເປັນນັກສຶກສາທາງດ້ານສາສະໜາ Yeshiva ທັງຄູ່ມີລູກດ້ວຍກັນ 5 ຄົນ ແລະໃນໄວໆນີ້ຕ້ອງເຂົ້າໄປຮັບຟັງຄໍາພິພາກສາຂໍຟ້ອງຮ້ອງຍ່າຮ້າງ




ເລື່ອງແມ່ນເລີ່ມຕົ້ນຂື້ນເມຍເລີ່ມຮັບໝາທີ່ຖືກຖິ້ມມາລ້ຽງຫຼາຍໆຕົວໃຫ້ອາຫານແລະດູແລພວກມັນຢ່າງດີຈົນໃນທີ່ສຸດອານຸຍາດໃຫ້ພວກມັນນອນເທິງຕຽງນໍາ ທາງດ້ານຜົວບໍມັກແລະຍອມຮັບວ່າຕົນເອງກໍຕໍາໜິເມຍຈົນກະທັ່ງຕົບຕີເນື່ອງຈາກນາງລະເລີຍວຽກບ້ານແລະບໍຊັກເສື້ອຜ້າໃຫ້ ລາວຮູ້ສຶກແປກປະຫຼາດໃຈຫຼາຍທີ່ເມຍຮັກໝາຢ່າງສຸດຊື້ງ ຈົນໃຫ້ຄວາມສໍາຄັນມັນຫຼາຍກວ່າແລະປະຕິເສດການມີເພດສໍາພັນໂດຍນາງອ້າງວ່າດູແລໝາເມື່ອຍຫຼາຍມື້ນີ້ບໍ່ມີແຮງເຫຼື່ອໃຫ້ລາວ.
Powered by Blogger.