ກອງທັບເຮືອເກົາຫຼີໃຕ້ຊ້ອມຮົບດ້ວຍກະສຸນແທ້ໃນທະເລຕະເວັນອອກ(ກົດຊົມຄລິບ.)


ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ ປະເທດເກົາຫຼີໃຕ້ ໃນວັນທີ່ 2 ກັນຍາວ່າ ກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ລາຍງານກອງທັບເຮືອເກົາຫຼີໃຕ້ຊ້ອມຮົບດ້ວຍກະສຸນແທ້ ໃນເຂດນ່ານໍ້າຂອງເກົາຫຼີໃຕ້ທະເລຕະເວັນອອກ ເຊິ່ງເປັນການຊ້ອມຮົບມື້ທີ່ 2 ຕິດຕໍ່ກັນ ຫຼັງຈາກຊ້ອມຮົບຄັ້ງໃຫຍ່ກອງທັບບົກແລະທາງອາກາດໃນວັນຈັນທີ່ຜ່ານມາ ລວມເຖິງການທົດສວບປະສິດທິພາບຂອງລະບົບປ້ອງກັນຂີປະນາວຸດແລະຈໍາລອງສະຖານະການໂຈມຕີເປົ້າໝາຍໂດຍໃຊ້ຂີປະນາວຸດ ຮາຟອນມູ



ຄວາມເຄື່ອນໄຫວທາງທະຫານຂອງເກົາຫຼີໃຕ້ເກີດຂື້ນຫຼັງຈາກເກົາຫຼີເໜືອປະກາດຄວາມສໍາເລັດການທົດສອບລະເບີດນິວເຄຣຍໃນວັນທີ່ 3 ກັນຍາ ທີ່ຜ່ານມາຖືເປັນຄັ້ງທີ່ 6 ນັບແຕ່ປີ 2006 ແລະເປັນຄັ້ງທີ່ 2 ທີ່ເປັນລະເບີດໄຮໂດຣເຈນ ແລະລັດຖະບານປຽງຢາງຍັງເປີດເຜີຍອີກວ່າ ປະສິດທິພາບການຂອງລະເບີດໄຮໂດຣເຈນທີ່ທົດສອບໃນຄັ້ງນີ້ ພຽງພໍສໍາຫຼັບການນໍາໄປຕິດຕັ້ງກັບຫົວລົບຂອງຂີປະນາວຸດຂ້າມທະວີບ




ຂະນະທີ່ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດຈັດກອງປະຊຸມວາລະພິເສດ ໃນວັນຈັນຜ່ານມາໂດຍມີການຫາລືກ່ຽວກັບມາດຕະການຄວ່ໍາບາດຂອງລັດຖະບານປຽງຢາງຊຸດໃໝ່ດ້ວຍ ແຕ່ທ່ານ ວາສຊີລີ ເນເບນເຊຍທູດຣັດເຊຍປະຈໍາສະຫະປະຊາຊາດ ກ່າວວ່າການໃຊ້ມາດຕະການຄວໍ່າບາດບໍບສາມາດແກ້ໄຂຄວາມຂັດແຍ້ງໄດ້ ແລະທ່ານນາງນິກກີ ເຮລີຍ໌ລທູດຂອງສະຫະລັດປະຈໍາສະຫະປະຊາຊາດ ກ່າວຮຽກຮ້ອງໃຫ້ສະຫະປະຊາຊາດໃຊ້ມາດຕະການຂັ້ນເດັດຂາດ ແລະເຜີຍວ່າລັດຖະບານວໍຊີງຕັນຢູ່ລະຫວ່າງຮ່າງແຜນການຄວໍ່າບາດສະບັບໃໝ່ເພື່ອນໍາສະເໜີໃນທີ່ປະຊຸມແລະອາດຈະເປັນການເພີ່ມຄວາມຈໍາກັດດ້ານພະລັງງານຂອງເກົາຫຼີເໜືອໃຫ້ຫຼາຍຂື້ນອີກ


ນອກຈາກນີ້ ລັດຖະບານໂຊເປີດເຜີຍວ່າ ປະທານາທິບໍດີໂດນັລທຣໍາ ເຫັນດີໃນຫຼັກການຮ່ວມກັບປະທານາທິບໍດີມຸນ ແຈ-ອິນ ໃນການຍົກເລີກຂໍ້ຈໍາກັດກ່ຽວກັບການຜະລິດຂີປະນາວຸດຂອງເກົາຫຼີໃຕ້ທີ່ໃນປັດຈຸບັນມີຂໍ້ຈໍາກັດນໍ້າໜັກຂອງຫົວລົບບໍເກີນ 500 ກລ ແລະພິໄສຕ້ອງບໍໄກເກີນ 800 ກມ
ຄລິບປະກອບ:

Powered by Blogger.