ຮຸນເຊັນ ເຕືອນ ທຮັມ ຢ່າຈັບມືຝ່າຍຄ້ານ ລົ້ມລ້າງລັດຖະບານ !
ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ ກ່າວເຕືອນສະຫະລັດມື້ວານນີ້ວ່າ ຢ່າສົມຮູ້ຮ່ວມຄິດກັບພັກຝ່າຍຄ້ານ ລົ້ມລ້າງລັດຖະບານກຳປູເຈຍ ຫຼັງຈາກທີ່ສະຫະລັດສະແດງທ່າທີຄວາມກັງວົນ ຕໍ່ການຈັບກຸມຕົວ “ ເຂັມ ໂສກາ ” ຫົວໜ້າພັກກູ້ຊາດກຳປູເຈຍ ເຊີ່ງເປັນພັກຝ່າຍຄ້ານ. ຮຸນເຊັນຍັງກ່າວອີກວ່າ ສະຫະລັດບໍ່ຄວນສ້າງຄວາມແຕກແຍກ ເປັນສີຕ່າງໆໃນກຳປູເຈຍ ຄືກັບທີ່ເກີດຂື້ນໃນບາງປະເທດ. ລັດຖະບານ ກ່າວຫາ ເຂັມ ໂສກາ ໂດຍໄດ້ສະແດງຄລິບທີ່ສະແດງໃຫ້ເຫັນວ່າ ເຂັມ ໂສກາ ໄດ້ກ່າວວ່າສະຫະລັດໄດ້ໃຫ້ຄຳແນະນຳແກ່ລາວ ໃນການສ້າງຂະບວນການຕໍ່ຕ້ານລັດຖະບານກຳປູເຈຍ.