ລາວເດີນເຄື່ອງ ເປີດນຳໃຊ້ 2 ເຂື່ອນໄຟຟ້ານຳ້ຕົກ ຢ່າງເປັນທາງການ


ວັນທີ 1 ກັນຍາ 2017 ຜ່ານມາ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ມີພິທີເປີດການເດີນເຄື່ອງຜະລິດໄຟຟ້າ ເຂື່ອນໄຟຟ້າເຊນໍ້ານ້ອຍ 2 ແລະ ເຊກະຕຳ 1 ໂດຍການເຂົ້າຮ່ວມຂອງ ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຂື່ອນໄຟຟ້າເຊນໍ້ານ້ອຍ 2 ແລະ ເຊກະຕຳ 1 ໄດ້ຮັບອະນຸຍາດຈາກການນຳແຂວງຈຳປາສັກເມື່ອກາງປີ 2012 ເຂື່ອນເຊນໍ້ານ້ອຍ 2 ກຳລັງຕິດຕັ້ງ 6.7 ເມກາວັດ ທີ່ຈະສາມາດຜະລິດກະແສໄຟຟ້າໄດ້ 40 ກິກາວັດໂມງຕໍ່ປີ ແລະ ເຂື່ອນເຊກະຕໍາ 1 ມີກໍາລັງຕິດຕັ້ງ 13.4 ເມກາວັດ, ຊຶ່ງຈະສາມາດຜະລິດກະແສໄຟຟ້າໄດ້ປະມານ 80 ກິກາວັດໂມງຕໍ່ປີ, ດ້ວຍການລົງທຶນທັງໝົດ 50 ລ້ານໂດລາສະຫະລັດ, ຊຶ່ງໃນແຕ່ລະປີທັງ 2 ໂຄງການດັ່ງກ່າວຈະສາມາດຜະລິດກະແສໄຟຟ້າໄດ້ປະມານ 120 ກິກາວັດໂມງ, ຊຶ່ງມີອາຍຸສຳປະທານ 50 ປີ. ໄຟຟ້າທີ່ຜະລິດໄດ້ດັງກ່າວຈະແຈກຢາຍໃຫ້ປະຊາຊົນ ໃນເຂດແຂວງຈຳປາສັກແລະ ເຊກອງໄດ້ຊົມໃຊ້. ມາຮອດປັດຈຸບັນ ສປປ ລາວ ມີລະບົບສາຍສົ່ງແຮງດັນສູງ, ແຮງດັນກາງ ແລະ ແຮງດັນຕໍ່າທັງໝົດ 53 ພັນກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 60 ແຫ່ງ.
Powered by Blogger.