ປະຊາຊົນ ປາກລາຍ-ຊະນະຄາມ ດີໃຈ ຂົວຂ້າມນຳ້ຂອງ ສ້າງສຳເລັດແລ້ວ

ປະຊາຊົນສອງຟາກຝັ່ງແມ່ນໍ້າຂອງລະຫວ່າງ ບ້ານນາສັກ ເມືອງປາກລາຍ – ບ້ານໂຄກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ກໍຄືຜູ້ສັນຈອນຜ່ານເສັ້ນທາງດັ່ງກ່າວ ດີໃຈຫາອັນປຽບບໍ່ໄດ້ ທີ່ທາງຂັ້ນເທິງໄດ້ກໍສ້າງຂົວຂ້າມນໍ້າຂອງແຫ່ງດັ່ງກ່າວໄດ້ເລັດແລ້ວ ເພາະຕະຫຼອດໄລຍະຫຼາຍເຊັ່ນຄົນທີ່ຜ່ານມາ ການເດິນທາງຜ່ານຈຸດດັ່ງກ່າວ ແມ່ນມີຄວາມຫຍຸ້ງຍາກ ຊັກຊ້າຫຼາຍ. ໜັງສືພິມ ເສດຖະກິດການຄ້າ ລາຍງານວ່າ ຂົວຂ້າມນໍ້າຂອງດັ່ງກ່າວນັ້ນແມ່ນໄດ້ສ້າງສຳເລັດແລ້ວຕັ້ງແຕ່ ເດືອນເມສາ 2017 ແລ້ວ ແຕ່ວ່າເພື່ອຄວາມປອດໄພ, ໝັ້ນຄົງ ແລະ ສວຍງາມ ທາງຄະນະກຳມະການການກໍ່ສ້າງຂົວ ໄດ້ໃຫ້ມີການປູຢາງຂົວຕື່ມອີກຊັ້ນໜຶ່ງ ພ້ອມກັບທາສີໃໝ່ ເຊິ່ງປະຊາຊົນຈະໄດ້ນຳໃຊ້ພາຍໃນເດືອນກັນຍານີ້ ທັ້ງທີ່ພິທີເປີດການນຳໃຊ້ຢ່າງເປັນທາງການຈະຈັດຂຶ້ນໃນເດືອນຕຸລາ 2017 ທີ່ຈະມາເຖິງນີ້.
