ຫົວໃຈພໍ່ແທບສະຫຼາຍ! ລູກສາວສູບຕີນລົດໄຖນາໃຫ້ລຸກຄ້າ ແລ້ວແຕກໃສ່ເສຍຊີວິດຄາທີ່

ກາຍເປັນອີກໜຶ່ງເຫດການທີ່ບໍ່ຄາດຄິດວ່າມັນຈະເກີດຂຶ້ນ, ເມື່ອມີອຸປະຕິເຫດຕີນລົດໄຖເກີດລະເບີດໃນຂະນະທີ່ກຳລັງສູບລົມ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຄ່າທີ່
ເຫດການດັ່ງກ່າວ ແມ່ນເກີດຂຶ້ນຢູ່ທີ່ບ້ານໂນນຄູ້ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ເຊິ່ງໃນເວລາປະມານ 14:00 ຂອງວັນທີ 20 ຕຸລາ 2017ນີ້, ມີປະຊາຊົນຈາກບ້ານຕຸ່ມແຍ ຊື່ທ້າວ ຈ໋ອດ ອາຍຸ 25 ປີ ໄດ້ຂັບລົດໄຖນາເດີນຕາມເພື່ອມາສູບຢ່າງຕີນລົດຢູ່ທີ່ຮ້ານທ້າວໄຂ ອາຍຸ 59 ປີ ປະຊາຊົນບ້ານໂນນຄູ້.

ໃນເວລາມາສູບຕີນລົດນັ້ນ ທ້າວ ໄຂ ຊຶ່ງເປັນເຈົ້າຂອງຮ້ານແມ່ນຄາວຽກ, ເລີຍໃຫ້ນາງ ຄຳຫຼ້າ ອາຍຸ 23 ປີ ອາຊີບນັກສຶກສາຢູ່ວິທະຍາໄລກະສິກຳ ແລະປ່າໄມ້ ທີ່ເປັນລູກສາວ ໄປສູບຕີນລົດແທນ.
ໃນຂະນະທີ່ກຳລັງສູບຢາງລົດໄຖນາເບື້ອງຂວາຢູ່ນັ້ນ, ເຫດບໍ່ຄາດຄິດກໍ່ເກີດຂຶ້ນ ເມື່ອຕີນລົດໄຖນາໄດ້ເກີດລະເບີດຢ່າງແຮງ ເຮັດໃຫ້ຕີນລົດຟົ້ງອອກໄປຖືກຄາງ ແລະລຳຄໍຂອງນາງຄຳຫຼ້າ ເຮັດໃຫ້ຜູ້ກ່ຽວເສຍຊີວິດຄາທີ່ທັນທີ.
ສາຍເຫດຂອງການລະເບີດຄັ້ງນີ້, ຄາດວ່າຍ້ອນຜູ້ສູບຕີນລົດ ເຊິ່ງອາດຍັງບໍ່ທັນມີຄວາມຊຳນິຊຳນານ ແລະຍັງຂາດສະຕິໃນການຕິດຕາມເຂັມຄວາມດັນຂອງລົມ ວ່າຈະເອົາຂະໜາດໃດ. ອີກຢ່າງ ກໍ່ຕ້ອງກວດເບິ່ງຢາງລົດວ່າ ໃໝ່ ຫຼືເກົ່າ ຄວນຕື່ມລົມໃສ່ອີກປະມານສໍ່າໃດ ແລະຄວນກວດເບິ່ງຂອບຊັງລົດວ່າຢູ່ໃນສະພາບດີສໍ່າໃດ.
ກ່ອນຫນ້ານີ້ຢູ່ເຂດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍເຄີຍມີກໍລະນີເສຍຊິວິດຄາທີຈາກການສຸບຕີນລົດແລ້ວ ຢາງຕີນລົດລະເບີດ.
ນີ້ກໍ່ເປັນອຸທາຫອນອີກຢ່າງໜຶ່ງ ທີ່ທຸກຄົນຄວນລະວັງ ບໍ່ວ່າຈະເປັນຮ້ານແປງລົດ ຫຼືເຈົ້າຂອງລົດ ທັງນີ້ກໍ່ເພື່ອບໍ່ໃຫ້ເກີດການແບບນີ້ເກີດຂຶ້ນອີກ.
ແຫລ່ງຂ່າວ: ສະຫວັນນະເຂດ