ຄວາມຈິງຖຶກເປີດເຜີຍ! ຜົວວາງແຜນຂ້າເມຍດ້ວຍເອົາຢາພິດໃສ່ເຂົ້າຈີ່ເພື່ອຫວັງເອົາເມຍໃໝ່ ໂຊກຮ້າຍລູກຮັບເຄາະແທນເສຍຊີວິດ 3 ຄົນ

27/10/2017 ຈາກຄຳບອກເລົ່າຂອງເຈົ້າຫນ້າທີ່ສະເພາະກິດໄດ້ເປີດເຜີຍຄວາມຈິງ ຄືເປັນເລື່ອງຂອງຜົວເມຍ ຜູ້ເປັນຜົວຕິດສາວ ແລະ ຢາກໄດ້ເມຍນ້ອຍມາຢູ່ເຮືອນນຳ ແຕ່ຜູ້ເປັນເມຍໃຫຍ່ບໍ່ຍອມ ຜົວນັ້ນກໍ່ເລີຍຄິດຢາກຂ້າເມຍ ແລະເອົາຢາເບື່ອໃສ່ເຂົ້າຈີ່ໃຫ້ກິນ
ຜູ້ເປັນຜົວເຮັດວຽກຢູ່ໄກ ແລະ ໃນຕອນແລງຂອງວັນທີ25/10/017 ຜົວເລີຍຊື້ເຂົ້າຈີ່ປາເຕມາ 1 ກ້ອນເພື່ອທີ່ຈະໃຫ້ເມຍກິນ ເພື່ອຫວັງທີ່ຈະຂ້າເມຍ ແລະ ຫລັງຈາກເອົາເຂົ້າຈີ່ໃຫ້ເມຍແລ້ວ ກໍ່ອອກໄປຫລິ້ນນຳຫມູ່ ແຕ່ຜູ້ເປັນເມຍໄດ້ເອົາເຂົ້າຈີ່ມາແບ່ງເປັນ ສາມສ່ວນໃຫ້ລູກສາວ ສາມຄົນກິນ ແລະ ຜົນກຳມາລົງທີ່ລູກ ເຮັດໃຫ້ລູກເສຍຊີວິດ
ເປັນຄອບຄົວເຜົາມົ້ງ ທີ່ຍ້າຍມາ ຈາກແຂວງຊຽງຂວາງ