ຊີມັງລາວກາສິງຍິ້ມເພາະໄດ້ສິດສະໜອງໃຫ້ໂຄງການເສັ້ນທາງລົດໄຟລາວ-ຈີນ

ຜູ້ບໍລິຫານ 3 ຂາຫຸ້ນໃຫຍ່ຂອງບໍລິສັດອຸດສາຫະກໍາຊີມັງລາວຈໍາກັດເພີ່ງພໍໃຈເປັນພິເສດ ພາຍຫລັງໄດ້ຮັບສິດເຂົ້າຮ່ວມສະໜອງຜະລິດຕະພັນຊີມັງໃຫ້ໂຄງການເສັ້ນທາງລົດໄຟລາວ-ຈີນ ຂະນະທີ່ ໂຮງງານຜະລິດຊີມັງກາຫົວສິງແຂວງຄໍາມ່ວນສາມາດຜະລິດໄດ້ 1 ລ້ານໂຕນຕໍ່ປີ.
ບໍລິສັດອຸດສາຫະກຳຊີມັງລາວຈຳກັດ(LCI) ເປັນບໍລິສັດທຳອິດທີ່ມາລົງທຶນສ້າງຕັ້ງໂຮງງານ ແລະ ຜະລິດຊີມັງໃນແຂວງຄຳມ່ວນ ເຊິ່ງມີໂຮງງານຕັ້ງຢູ່ບ້ານນາຄຳເມືອງມະຫາໄຊແຂວງຄຳມ່ວນປະກອບດ້ວຍ 3 ຫຸ້ນຄື: ກຸ່ມບໍລິສັດພາວເວີຊີໂນໄຮໂດຣໄຊນາ ຖືຫຸ້ນ 77%, ນອກນັ້ນຫຸ້ນນ້ອຍຂອງຝ່າຍຈີນ 17% ແລະ ຫຸ້ນຝ່າຍລາວ 6% ເປັນໂຮງງານຜະລິດ,ຈຳໜ່າຍຊີມັງແລະ ຫົວເຊື້ອຊີມັງເພື່ອຈຳໜ່າຍພາຍ ແລະ ຕ່າງປະເທດດ້ວຍຄຸນນະພາບທີ່ດີ.
ທ່ານ ຊິງຮ່າວ ຜິງ ຜູ້ອຳນວຍການໂຮງງານຊີມັງໃຫ້ສຳພາດຕໍ່ນັກຂ່າວທ້ອງຖິ່ນວ່າ: ໂຮງງານຂອງຕົນແມ່ນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 19 ສິງຫາ 2004 ແລະ ສຳເລັດການກໍ່ສ້າງພ້ອມທັງຜະລິດຈຳໜ່າຍໃນເດືອນຕຸລາ 2007 ,ລວມມູນຄ່າການລົງທຶນທັງໝົດ 68 ລ້ານໂດລາສະຫະລັດ, ມີເນື້ອທີ່ສຳປະທານ 2.057 ເຮັກຕາ, ໃນໄລຍະການສຳປະທານ 33 ປີ ປັດຈຸບັນບໍລິສັດແມ່ນໄດ້ດຳເນີນການຜະລິດມາໄດ້ 10 ປີ ເຊິ່ງຊີມັງ “ກາສິງ” ເປັນຜະລິດຕະພັນທີ່ມີຄຸນນະພາບດີສຸດ, ປະກອບມີ 3 ຮູບແບບຄື: ຊີມັງປະສົມ P•C32.5, ຊີມັງທຳມະດາ P•O42.5 ແລະ ຊີມັງປອດແລນP•O52.5 ໃນແຕ່ລະຮູບແບບແມ່ນມີມາດຕະຖານທີ່ແຕກຕ່າງກັນ.
ໃນການຮອງຮັບຄຸນນະພາບຜະລິດຊີມັງບໍລິສັດໄດ້ສ້າງຕັ້ງລະບົບຄວບຄຸມຄຸນນະພາບດ້ວຍມາດຕະຖານ ISO 9001 ເຊິ່ງວັດວັດຖຸດິບ, ເຊື້ອໄຟ, ເຄື່ອງເຄິ່ງສຳເລັດຮູບແລະເຄື່ອງສຳເລັດຮູບທີ່ຈະປ້ອນໂຮງງານແມ່ນຜ່ານການກວດກາດ້ານຄຸນນະພາບຢ່າງເຂັ້ມງວດພ້ອມນັ້ນຍັງໄດ້ນຳເອົາຜະລິດຕະພັນຊີມັງໄປວິໄຈເພື່ອປຽບທຽບແລະໃຫ້ການຢືນຢັນຄຸນນະພາບຢູ່ອົງການວິໄຈຂອງລັດຖະບານລາວ.
ໃນໄລຍະຜ່ານມາ, ບໍລິສັດໄດ້ສະໜອງໃຫ້ໂຄງການກໍ່ສ້າງເຂື່ອນໄຟຟ້າ 20 ກວ່າແຫ່ງແລະ ບັນດາໂຄງການກໍ່ສ້າງອື່ນໆໃນສປປລາວ ນອກນັ້ນຍັງມີການຜະລິດເພື່ອຈຳໜ່າຍອອກຕ່າງປະເທດຈຳນວນໜຶ່ງເປັນຕົ້ນແມ່ນປະເທດໄທ ແລະ ກຳປູເຈຍ. ພິເສດທາງໂຮງງານແມ່ນກຳລັງເລັ່ງການຜະລິດເພື່ອຕອບສະໜອງໃຫ້ແກ່ການສ້າງທາງລົດໄຟລາວ-ຈີນ ປະຈຸບັນພາຍໃນໂຮງງານແມ່ນມີພະນັກງານທັງໝົດ 282 ຄົນໃນນັ້ນມີແຮງງານລາວກວມເຖິງ 80% ເຊິ່ງໃນ 1 ປີສາມາດຜະລິດຊີມັງໄດ້ 1 ລ້ານໂຕນ ແລະ ຜະລິດຫົວເຊື້ອໄດ້ 850.000 ໂຕນ. ປັດຈຸບັນ ທາງໂຮງງານແມ່ນໄດ້ມອບພັນທະໃຫ້ແກ່ລັດຖະບານລວມ 40 ລ້ານໂດລາສະຫະລັດ. ແນວໃດກໍດີ ບໍລິສັດຂອງຕົນຍັງປະສົບປັນຫາກ່ຽວກັບການຈຳໜ່າຍຜະລິດຕະພັນ ເນື່ອງຈາກວ່າລວມຍອດການຈຳໜ່າຍແມ່ນໄດ້ຫລຸດລົງຈາກ 8 ແສນໂຕນເຫລືອພຽງ 5 ແສນກວ່າໂຕນຕໍ່ປີຍ້ອນມີໂຮງງານເກີດຂຶ້ນຫລາຍແຫ່ງພາຍໃນ ເຊິ່ງເຮັດໃຫ້ຕະຫລາດມີການຍາດແຍ່ງແຂ່ງຂັນກັນຫລາຍຂຶ້ນ.
ທ່ານ ຊິງຮ່າວຜິງກ່າວອີກວ່າ: ຄຸນນະພາບຂອງຊີມັງ “ກາສິງ” ຈະບໍ່ຢຸດຢູ່ພຽງເທົ່ານີ້ ແຜນການໃນຕໍ່ໜ້າຍັງຈະສືບຕໍ່ປັບປຸງທາງດ້ານຄຸນນະພາບໃຫ້ສູງຂຶ້ນກວ່າເກົ່າ ພ້ອມທັງປັບປຸງຍົກລະດັບຂອງພະນັກງານໃຫ້ເຂັ້ມແຂງເພື່ອກ້າວໄປຫາການນຳໃຊ້ແຮງງານລາວ 100%. ຂ່າວ: ກອງຄໍາ

Cr : ຈົດໝາຍຂ່າວ Message