ອົງການກວດສອບແຫ່ງລັດພົບ 63 ໂຄງການ ທີ່ບໍ່ຖືກລະບຽບ

ในภาพอาจจะมี สถานที่กลางแจ้ง

ຜົນການກວດກາຂອງອົງການກວດສອບແຫ່ງລັດສົກປີ 2014-2015 ເຖິງປັດຈຸບັນໄດ້ເປີດເຜີຍວ່າ: ມີຫລາຍໂຄງການຍັງບໍ່ມີຄວາມໂປ່ງໃສ່ ແລະ ດໍາເນີນໄປແບບບໍ່ຖືກລະບຽບ ໃນນັ້ນປະກອບມີ ໂຄງການກໍ່ສ້າງສູນພັດທະນາສີມືແຮງງານ 1 ໂຄງການ ຢູ່ແຂວງ ຈຳປາສັກ, ໂຄງການນອກແຜນ ມີ 62 ໂຄງການ ຢູ່ແຂວງອັດຕະປື ລວມມູນຄ່າ ຕາມສັນຍາ 117,70 ຕື້ກີບ ລວມທັງຍັງພົບເຫັນໃນບາງແຂວງທີ່ມີການຂຶ້ນທະບຽນຫົວໜ່ວຍທຸລະກິດ ລະຫວ່າງຂະແໜງການຄ້າ ແລະ ການເງິນ ບໍ່ກົງກັນ ແລະ ການຍົກເວັ້ນຫລຸດຜ່ອນພາສີ-ອາກອນ ປະເພດນ້ຳມັນເຊື້ອໄຟ, ພະຫະນະ ແລະ ຄ່າຊັກພິເສດໄມ້ຂາອອກ ຈຳນວນ 2.407,28 ຕື້ກີບ.
ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາລັດຖະບານ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 16 ຕຸລາ 2017 ຜ່ານມານີ້ວ່າ: ໂຄງການກໍ່ສ້າງສູນພັດທະນາສີມືແຮງງານ ຢູ່ແຂວງ ຈຳປາສັກ ມູນຄ່າ 19 ຕື້ກີບເປັນໂຄງການທີ່ບໍ່ຖືກລະບຽບການ ຍ້ອນວ່າເປັນການປະມູນຍ່ອຍຫລາຍຄັ້ງ ຕາມງົບປະມານແຕ່ລະປີເຫັນແມ່ນບໍລິສັດດຽວເປັນຜູ້ຊະນະການປະມູນ ຜ່ານການກວດກາ ຍັງເຫັນວ່າລາຄາຫົວໜ່ວຍການກໍ່ສ້າງ, ຂັ້ນຕອນການປະມູນ, ການຈັດຊື້ ແລະ ການປະຕິບັດການຕ່າງໆຍັງບໍ່ທັນສອດຄ່ອງເທົ່າທີ່ຄວນ.


Cr : ຈົດໝາຍຂ່າວ Message
Powered by Blogger.