ສະຫະລັດ ຖະຫລົ່ມຖານໄອເອັສໃນເຍເມນ ເປັນຄັ້ງທຳອິດ

ຍົນຮົບກອງທັບສະຫະລັດໂຈມຕີຄ້າຍຝຶກຂອງກຸ່ມໄອເອັສ ທາງພາກກາງຂອງປະເທດເຍເມນເມື່ອວັນຈັນ ສັງຫານນັກຮົບໄອເອັສຫລາຍສິບສົບ ນັບເປັນການໂຈມຕີໄອເອັສໃນເຍເມນເປັນຄັ້ງທຳອິດຂອງກອງທັບສະຫະລັດ
ສຳນັກຂ່າວເອເອັບພີລາຍງານຈາກເມືອງເອເດນ ປະເທດເຍເມນເມື່ອວັນທີ 17ຕຸລາວ່າ: ຖະແຫລງການຂອງສູນບັນຊາການກາງສະຫະລັດ (ເຊນຄອມ) ທີ່ຄວບຄຸມດູແລກອງກຳລັງສະຫະລັດໃນອັບຟິກາກ່າວວ່າ: ກອງທັບສະຫະລັດ ສັງຫານນັກຮົບໄອເອັສຫລາຍສິບສົບ ໃນການໂຈມຕີຄ້າຍຝຶກໄອເອັສ 2ແຫ່ງ ຮາບີ ແລະ ອັດນານີ ໃນຈັງຫວັດເບດາ ທາງພາກກາງຂອງເຍເມນ ການໂຈມຕີຍັງເປັນການຂັດຂວາງການຝຶກນັກຮົບລຸ້ນໃຫມ່ຂອງໄອເອັສນຳ
ຄ້າຍຝຶກທັງ 2ແຫ່ງຕັ້ງຕາມຊື່ອາບູ ບິລັລ ອັລ ຮາບີ ຫົວຫນ້າກຸ່ມໄອເອັສສາຂາເຍເມນ ແລະ ອາບູ ໂມຮຳເຫມັດ ອັລ ອັດນານີ ໂຄສົກກຸ່ມໄອເອັສທົ່ວໂລກທີ່ເສຍຊີວິດຈາກການໂຈມຕີທາງອາກາດຂອງສະຫະລັດ ເມື່ອຊ່ວງລະດູຮ້ອນທີ່ ຜ່ານມາ ໂດຍກຸ່ມໄອເອັສໃຊ້ຄ້າຍຝຶກ 2ແຫ່ງນີ້ສອນການໂຈມຕີກໍ່ການຮ້າຍໂດຍໃຊ້ອາວຸດປືນອາກ້າ, ປືນກົນ, ຍົນຍິງຈະຫລວດອາພີຈີ ແລະ ອື່ນໆ
ກຸ່ມໄອເອັສ ແລະ ກຸ່ມອັລ ກໍອິດະ ຄູ່ແຂ່ງສວຍໂອກາດຂະນະເກີດຄວາມຂັດແຍ້ງລະຫວ່າງລັດຖະບານເຍເມນກັບກຸ່ມກະບົດຮູຕີ ທີ່ຍຶດຄອງເມືອງຫລວງກຸງຊານາ ແຊກຊຶມເຂົ້າສູ່ພື້ນທີ່ຈຳນວນຫລາຍທາງພາກໃຕ້ ກຸ່ມໄອເອັສມີບົດບາດ ຫລາຍຂື້ນໃນສົງຄາມກາງເມືອງເຍເມນ ໂດຍການມຸ່ງເປົ້າໂຈມຕີທະຫານລັດຖະບານ ແລະ ຊາວນິກາຍຊີອະທີ່ໄອເອັສເບິ່ງວ່າເປັນກຸ່ມຄົນນອກສາສະຫນາ ໄອເອັສເຂົ້າຮ່ວມປະສົມໂຮງໃນສົງຄາມເມື່ອເດືອນມີນາ 2558 ໂດຍການໂຈມຕີ ຊາວມັສຍິດ,ຊາວຊີອະຫລາຍແຫ່ງໃນກຸງຊານາ ເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 140ຄົນ ການໂຈມຕີຄັ້ງໃຫຍ່ລ່າສຸດຂອງໄອເອັສຄືລະເບີດຂ້າໂຕຕາຍໃນສະຖານທີ່ທຳການລັດຖະບານໃນເມືອງເອເດນ ເມື່ອເດືອນທັນວາຂອງປີທີ່ຜ່ານມາ ສັງຫານທະຫານ 48ສົບ