ຊາວຍີ່ປຸ່ນ ເຊື່ອຫມັ້ນສະຫະລັດຕໍ່າທີ່ສຸດ ໃນຮອບ 9ປີ

ຜົນສຳຫລວດຄວາມຄິດເຫັນຂອງຊາວຍີ່ປຸ່ນໂດຍສຳນັກວິໄຈຂະຫນາດໃຫຍ່ຂອງອາເມລິກາພົບວ່າ: ຄວາມເຊື່ອຫມັ້ນຕໍ່ສະຫະລັດຢູ່ໃນລະດັບຕໍ່າທີ່ສຸດ ນັບຕັ້ງແຕ່ປີ 2551
ສຳນັກຂ່າວຕ່າງປະເທດລາຍງານຈາກກຸງໂຕກຽວ ປະເທດຍີ່ປຸ່ນເມື່ອວັນທີ 18ຕຸລາວ່າ: ສຳນັກວິໄຈພິວ ເຜີຍຜົນສຳຫລວດຄວາມຄິດເຫັນຊາວຍີ່ປຸ່ນທີ່ມີຕໍ່ສະຫະລັດຈາກກຸ່ມຕົວຍ່າງ 1,009ຄົນ ລະຫວ່າງເດືອນມີນາເຖິງເມສາປີນີ້ພົບວ່າ: 8ໃນ10ເຊື່ອຫມັ້ນໃນສັກກະຍາພາບທາງທະຫານຂອງສະຫະລັດໃນການປົກປ້ອງຍີ່ປຸ່ນຫາກເກີດການປະເຊີນຫນ້າກັບເກົາຫລີເຫນືອ ຂະນະທີ 6ໃນ10 ຂອງຜູ້ຕອບແບບສອບຖາມສະຫນັບສະຫນູນການໃຊ້ມາດຕະການຄວໍ່າບາດ ຕໍ່ລັດຖະບານປຽງຍາງ
ແນວໃດກໍ່ຕາມ ມີກຸ່ມຕົວຍ່າງພຽງ 24%ເທົ່ານັ້ນ ທີ່ເບິ່ງວ່າປະທານາທິບໍດີໂດນັລ ທຣຳ ເຮັດສິ່ງທີ່ຖືກຕ້ອງໃນການດຳເນີນນະໂຍບາຍລະຫວ່າງປະເທດຫລຸດລົງຫລາຍເຖິງ 30% ຈາກເມື່ອປີທີ່ຜ່ານມາເຊິ່ງເປັນສະໄຫມຂອງປະທານາທິບໍດີ ບາຣັກ ໂອບາມາ ແລະ ຄວາມເຊື່ອຫມັ້ນຂອງຊາວຍີ່ປຸ່ນຕໍ່ສະຫະລັດໃນຕອນນັ້ນຢູ່ທີ່ 54% ນອກຈາກນີ້ 41% ຂອງກຸ່ມຕົວຍ່າງເບິ່ງວ່າຄວາມສຳພັນລະຫວ່າງສະຫະລັດກັບຍີ່ປຸນຈະຫລຸດລົງໃນຍຸກລັດຖະບານທຣຳ ມີພຽງ 34%ເທົ່ານັ້ນທີ່ເຊື່ອວ່າຈະຍັງຄືເກົ່າ
ທັງນີ້ລາຍງານຂອງພິວສະຫລຸບຜົນສຳຫລວດທີ່ອອກມາວ່າສະທ້ອນຄວາມສະຫນັບສະຫນູນຂອງຊາວຍີ່ປຸ່ນທີ່ມີຕໍ່ສະຫະລັດຢູ່ໃນໃລະດັບຕໍ່າທີ່ສຸດ ນັບຕັ້ງແຕ່ປີ 2551 ຂະນະທີ່ຜົນສຳຫລວດນີ້ໄດ້ຮັບການເຜີຍແພ່ອອກມາກ່ອນການ ເລືອກຕັ້ງທົ່ວໄປຂອງຍີ່ປຸ່ນໃນວັນທີ 22ຕຸລານີ້ ທີ່ນາຍົກລັດຖະມົນຕີຊິນໂຊ ອາເບະ ຫມາຍມັ້ນປັ້ນມືຈະສ້າງປະຫວັດສາດເປັນນາຍົກລັດຖະມົນຕີຍີ່ປຸ່ນສະໃຫມທີ3 ແລະ ເກີດຂື້ນກ່ອນປະທານາທິບໍດີໂດນັລ ທຣຳ ເດີນທາງເຍືອນ ກຸງໂຕກຽວຕົ້ນເດືອນຫນ້າ