6 ເດືອນຕົ້ນປີ ຊຽງຂວາງ ເກັບລາຍຮັບເຂົ້າງົບປະມານໄດ້ 3 ຕື້ກວ່າກີບ
ພາຍໃນ 6 ເດືອນຕົ້ນປີ 2017 ຜ່ານມານີ້ ແຂວງຊຽງຂວາງ ສາມາດເກັບລາຍຮັບທ້ອງຖິ່ນ ເຂົ້າງົບປະມານໄດ້ 3 ຕື້ກວ່າກີບ ຂະນະທີ່ສະເລ່ຍ ລາຍຮັບຕໍ່ຫົວຄົນ ເພີ່ມຈາກ 1.328 ໂດລາສະຫະລັດ ໃນປີ 2015 ມາເປັນ 1.600 ໂດລາສະຫະລັດ/ຄົນ/ປີ.
ທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງແຂວງຊຽງຂວາງ ໄດ້ເປີດເຜີຍຫວ່າງບໍ່ດົນມານີ້ວ່າ: ປະຈຸບັນນີ້ ທົ່ວແຂວງມີຄອບຄົວ ທຸກຍາກຫລຸດລົງຍັງເຫລືອ 819 ຄອບຄົວ, ໃນໄລຍະ 2 ປີຜ່ານມາ ເສດຖະກິດ ຂະຫຍາຍຕົວ ຕໍ່ເນື່ອງບໍ່ຫລຸດ 8 % ຕໍ່ປີ ແລະ ສາມາດເກັບລາຍຮັບໄດ້ 77 ຕື້ກີບເທົ່າກັບ 63 % ຂອງແຜນການປີ, ຂະນະທີ່ການປະຕິບັດ ລາຍຈ່າຍສູງກວ່າລາຍຮັບ ຊຶ່ງເທົ່າກັບ 66 %, ສິນຄ້າຂາອອກ ບັນລຸໄດ້ເຖິງ 137 ຕື້ກວ່າກີບ, ເທົ່າກັບ 63,58 %, ສ່ວນໃຫຍ່ແມ່ນສິນຄ້າກະສິກໍາ ແລະ ສັດລ້ຽງ; ໂຄງປະກອບເສດຖະກິດ ໃນຂົງເຂດກະສິກຳ ໄດ້ຫລຸດລົງຈາກ 40,71 % ໃນປີ 2015, ມາເປັນ 36,77, ອຸດສາຫະກຳເພີ່ມຂຶ້ນຈາກ 35,06 % ໃນປີ 2015 ມາເປັນ 36,98 % ແລະ ການບໍລິການເພີ່ມຈາກ 24,22 % ໃນປີ 2015 ມາເປັນ 26,25 %.
ນອກນີ້, ແຂວງຊຽງຂວາງ ຍັງໄດ້ສຸມໃສ່ການຜະລິດ 5 ປະເພດສິນຄ້າຕົ້ນຕໍເຊັ່ນ: ການລ້ຽງສັດໃຫຍ່, ການປູກສາລີ, ການປູກເຂົ້າໄກ່ນ້ອຍ, ການປູກມອນ-ລ້ຽງມອນ ແລະ ການປູກໄມ້ແປກພັນປາດ ເອົາຢາງ ແລະ ບັນດາປະເພດສິນຄ້າສຳຮອງ ທີ່ເປັນມູນເຊື້ອຂອງປະຊາຊົນ ເຮັດໃຫ້ມີຫລາຍຕົວແບບ ເກີດຂຶ້ນຢ່າງເປັນຂະບວນ ພ້ອມນັ້ນໄດ້ສຸມໃສ່ ພັດທະນາພື້ນຖານໂຄງລ່າງ ສ້າງເສັ້ນທາງເຂົ້າ ເຖິງບ້ານເພີ່ມຂຶ້ນ ປະຈຸບັນຍັງ 4 ບ້ານບໍ່ທັນມີທາງລົດເຂົ້າເຖິງ, ການຊົມໃຊ້ໄຟຟ້າ ໄດ້ເພີ່ມຂຶ້ນຈາກ 80,85 % ປີ 2015 ມາເປັນ 90,72 % ໃນປີ 2017.
ທ່ານ ເຈົ້າແຂວງຊຽງຂວາງ ຍັງກ່າວຕື່ມວ່າ: ແຂວງກໍໄດ້ພະຍາຍາມຍາດແຍ່ງ ການລົງທຶນ ຂອງບັນດາບໍລິສັດເອກະຊົນ ເປັນຕົ້ນແມ່ນ ບໍລິສັດຍີ່ປຸ່ນ ໃນການລ້ຽງງົວ ພັນຊີ້ນ-ງົວນົມ ໃນນັ້ນໄດ້ມອບດິນ ປອກໂລ້ນປູກຫຍ້າ ຈຳນວນ 500 ຮຕ ປະຈຸບັນມີງົວແລ້ວ 1.000 ກວ່າໂຕ ນັບທັງງົວເກີດໃໝ່ ແລະ ບໍລິສັດໄດ້ລົງທຶນໄປແລ້ວ 17 ລ້ານ ກວ່າໂດລາ ແລະ ທາງບໍລິສັດກໍາລັງຂຸ້ນຂ້ຽວ ສ້າງໂຮງງານນ້ຳນົມ ເພື່ອກຽມພະລິດ ອອກສູ່ສັງຄົມ ແລະ ສົ່ງອອກຕ່າງປະເທດ.
ຂ່າວ: ມະນີທອນ/ຂປລ