ເມືອງເຟືອງ ດິນແດນຜາທໍ່ໜໍ່ຄຳ...ຕໍານານທີ່ຫນ້າຄົ້ນຫາ


     ເມືອງເຟືອງແຂວງວຽງຈັນ ເປັນເມືອງຫນຶ່ງທີ່ມີປະຫວັດຕໍານານກ່າວຂານສືບກັນມາຢ່າງຫນ້າຄົ້ນຫາ ນັ້ນກໍຄືດິນ ແດນຜາທໍ່ໜໍຄຳໃນຕຳນານ.ຜາທໍ່ໜໍ່ຄຳຕັ້ງຢູ່ບ້ານນາຖົ່ວ ເມືອງເຟືອງ ແຂວງວຽງຈັນ, ຫ່າງຈາກເທດສະບານເມືອງ 3,5 ກິໂລແມັດ. ການເຂົ້າຫາສະຖານທີ່ທ່ອງທ່ຽວ ແມ່ນ ເດີນທາງດ້ວຍ ລົດ ຫຼື ຍ່າງ. ຜານີ້ ເປັນຜາທີ່ແປກປະຫຼາດ ມີທີວທັດທຳມະຊາດ ທີ່ມະຫັດສະຈັນ ຢູ່ບ່ອນຮ່ອມຜາ ລະຫວ່າງຜາສອງອັນຕິດກັນ. ສິ່ງນີ້ກາຍເປັນ ຊັບສົມບັດລ້ຳຄ່າ, ລຶກລັບ, ມະຫັດສະຈັນຄື: " ໜໍ່ຄຳ " .


     ສຳລັບປະຫວັດຜາທໍ່ໜໍ່ຄຳ ທີ່ນຳສະເຫນີໃນ ຫນັງສືພິມ ເສດຖະກິດ ການຄ້າ ລະບຸວ່າ: ແຕ່ກີ້ແຕ່ກ່ອນມີປະຊາຊົນຈຳນວນໜຶ່ງ ມີ 3 ໝື່ນຄົນມາອາໄສຢູ່ຕາມແຄມນ້ຳລີກ ແລະ ນ້ຳຕົງ. ແຕ່ລະຄົນກໍ່ມີຄວາມມຸ້ງຫວັງທີ່ຈະຂຶ້ນເອົາໜໍ່ຄຳທີ່ຢູ່ຜາທໍ່, ມີມື້ໜຶ່ງເຂົາເຈົ້າໄດ້ເຕົ້າໂຮມກັນວາງແຜນຈະຂຶ້ນໄປເອົາໜໍ່ຄຳ ເຂົາເຈົ້າຈຶ່ງຜາກັນຕັດໄມ້ໄຜ່ເຮັດຂັ້ນໄດໄຕ່ຂຶ້ນໄປ ເມື່ອເວລາຂື້ນໄປໃກ້ຈະຮອດໜໍ່ຄຳ ປະກົດວ່າໄມ້ຕອກທີ່ມັດຂັ້ນໄດຢູ່ນັ້ນ ໄດ້ກາຍເປັນງູອ້າປາກຈະຕອດ ຜູ້ທີ່ຂຶ້ນກ່ອນກໍ່ຮ້ອງຂຶ້ນມາວ່າ ງູ ! ງູ ຜູ້ທີ່ຂຶ້ນຕາມຫຼັງກໍ່ວ່າຄືກັນ ສຸດທ້າຍກໍ່ພາກັນຕົກຂັ້ນໄດຕາຍຈົນໝົດ.
      ແຕ່ປານນັ້ນກໍ່ຍັງບໍ່ຍອມຈຶ່ງພາກັນຕັ້ງຕູບໂດຍເອົາເຟືອງມາເຮັດເປັນຕູບຈຳນວນ 3 ໝື່ນຕູບເຟືອງ ແຕ່ລະມື້ຄົນທີ່ຂຶ້ນໄປຜາທໍ່ ເພື່ອຈະເອົາໜໍ່ຄຳ ແມ່ນຕົກຕາຍໝົດ ແລະ ຜູ້ທີ່ບໍ່ຕາຍກໍ່ເອົາປູນທີ່ຄ້ຽວໝາກນັ້ນມາໂຮມກັນເຮັດທາດໃສ່ກະດູກຄົນຕາຍຈົນກາຍເປັນລັງທາດ ແລະ ໄດ້ຕັ້ງຊື່ບ້ານວ່າ ສາມໝື່ນຕູບເຟືອງ. ສຳລັບບ້ານນາແຍງແມ່ນ ມີຈຳນວນໜຶ່ງມາຕັ້ງຕູບແຍງເບິ່ງທັງໜໍ່ຄຳທັງເຊົ້າ ແລະ ແລງ ປະຈຸບັນກາຍເປັນບ້ານນາແຍງ.

       ມີບາງຈຸພັດຕັ້ງຕູບລໍຖ້າເບິ່ງໜໍ່ຄຳຈົນທົ່ວທົ່ງນາອ້ອມຕີນຜາ ປະຈຸບັນກາຍມາເປັນບ້ານນາຖົ່ວ ຍັບອອກມາປະ ມານ 1 ກິໂລແມັດ ພັດມີຈຳນວນໜຶ່ງມາລໍຖ້າເບິ່ງໜໍ່ຄຳລຽນຕາມຄິວເພາະຄົນຫຼາຍ ພັດກາຍມາເປັນບ້ານທ່າໃນປະຈຸບັນ ມີບາງກຸ່ມພັດແຍກກັນອອກໄປເປັນຈຸເປັນຄຸ້ມເປັນເກາະເປັນດອນ ປະຈຸບັນກາຍມາເປັນບ້ານດອນ ບັນດາບ້ານດັ່ງກ່າວລ້ວນແລ້ວແຕ່ຕັ້ງໃກ້ກັບຕີນຜາທໍ່ ເລື່ອງນີ້ມີຈິງຫຼືບໍ່ນັ້ນຂໍໃຫ້ທ່ານໄປເບິ່ງກັບຕາທ່ານເອງ.
ແຫຼ່ງຂ່າວ : Khosana ໂຄສະນາ
Powered by Blogger.