ຕົກເຫວ 200 ແມັດ ຍ້ອນຜູ້ຂັບຂີ່ບໍ່ຊໍານານທາງ

ในภาพอาจจะมี หนึ่งคนขึ้นไป และ สถานที่กลางแจ้ง

ລົດຕົກເຫວເລິກປະມານ 200 ແມັດ ຢູ່ເສັ້ນທາງຕັດໃໝ່ກາສີ-ເມືອງນານ ຈຸດພູ 9 ຫຼັກ ເຂດບ້ານທົ່ງເໝືອດ ເມືອງກາສີ ແຂວງວຽງຈັນ ໃນຄັ້ງວັນທີ 18 ຕຸລາ 2017 ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນເປີດເຜີຍສາ ເຫດຍ້ອນຜູ້ຂັບຂີ່ບໍ່ຊໍານານເສັ້ນທາງ.
ไม่มีข้อความกำกับภาพอัตโนมัติ
ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນຕອນເຊົ້າຂອງວັນທີ 18 ຕຸລາ 2017 ໄດ້ຮັບແຈ້ງວ່າມີລົດຕົກເຫວ ແລະ ມີຄົນເສຍຊີວິດ. ຈາກນັ້ນ, ເຈົ້າໜ້າທີ່ ແລະ ອໍານາດການປົກຄອງບ້ານດັ່ງກ່າວ ຈຶ່ງລົງກວດກາສະຖານທີ່ເກີດເຫດ ພົບເຫັນລົດຍົນຍີ່ຫໍ້ເກຍ ໝາຍເລກທະບຽນ ກຕ 1699 ກໍາແພງນະຄອນ ຕົກລົງເຫວເລີກປະມານ 200 ແມັດ ຫ່າງຈາກຈຸດເກີດເຫດພົບເຫັນຜູ້ຂັບຂີ່ຊື່ທ້າວ ລາຊັນ ອາຍຸ 32 ປີ ນັກທຸລະກິດ ຢູ່ຈັງຫວັດຊຽງລາຍ ປະເທດໄທ ໃນສະພາບເສຍຊີວິດຢູ່ນອກລົດ.
ຜ່ານການຊັນນະສູດສະຖານທີ່ ກ່ອນເກີດເຫດລົດຄັນດັ່ງກ່າວແມ່ນໄດ້ຂັບຂີ່ຈາກແຂວງຫຼວງພະບາງ ມຸ່ງໜ້າມາທາງແຂວງວຽງຈັນ ຕາມເສັ້ນທາງຕັດໃໝ່ໃນຕອນກາງຄືນ. ພໍຮອດຈຸດເຫດ ເປັນທາງໂຄ້ງ, ຄ້ອຍຊັນ ແລະ ມີທາງແຍກ ບວກກັບຜູ້ຂັບຂີ່ກໍາລັງລົງຄ້ອຍ ແລະ ບໍ່ຊໍານານເສັ້ນທາງ ຈຶ່ງຂັບຂີ່ແຍກອອກຈາກເສັ້ນທາງຫຼັກ ໄປທາງຂວາມື ພໍຂັບຂີ່ໄປຕາມເສັ້ນທາງດັ່ງກ່າວ ປະມານ 20 ແມັດ ລົດຈຶ່ງຕົກລົງເຫວ.


ในภาพอาจจะมี ภูเขา, สถานที่กลางแจ้ง และ ธรรมชาติ

                      ไม่มีข้อความกำกับภาพอัตโนมัติ


Powered by Blogger.