ປະທານາທິບໍດີ ຈີນ-ລັດເຊຍ ຕົກລົງຍົກລະດັບ ຄວາມຮ່ວມມືທາງຍຸດທະສາດ ຫາມາດຕະການຮັບມື ເກົາຫຼີເໜືອ
ປະທານາທິບໍດີ ສິ ຈິນ ຜິງ ແລະ ວາລາດິເມຍ ປູຕິນ ໄດ້ພົບປະກັນມື້ວານນີ້ ໂດຍໄດ້ຮຽກຮ້ອງໃຫ້ມີການຍົກລະດັບການສະໜັບສະໜຸນເຊີ່ງກັນ ແລະ ກັນ ລວມທັງຄວາມຮ່ວມມືທາງຍຸດທະສາດ. ຜູ້ນຳທັງສອງຍັງໄດ້ຕົກລົງທີ່ຈະຫາມາດຕະການຈັດການກັບລັດຖະບານເກົາຫຼີເໜືອ ເຊີ່ງຫາກະທົດສອບນິວເຄຍລ່າສຸດມື້ວານນີ້. ປະທານາທິບໍດີ ສິ ຈິນ ຜິງ ກ່າວວ່າທັງສອງປະເທດຄວນເສີມສ້າງຄວາມເຊື່ອໝັ້ນ ທາງການເມືອງໃນລະດັບສູງ ສົ່ງເສີມແຜນສະໜັບສະໜຸນຮ່ວມກັນ ແລະຍົກລະດັບທາງຍຸດທະສາດ ນອກຈາກນີ້ຍັງຄວນມີການດຳເນີນກົນໄກຄວາມຮ່ວມມື ລະດັບທະວີພາຄີ ຢ່າງເໝາະສົມ ເພື່ອຍົກລະດັບໂຄງການໃນຂອບຂ່າຍສຳຄັນເຊັ່ນ: ພະລັງງານ, ການບີນ ແລະ ອາວະກາດ ລວມເຖີງພະລັງງານນິວເຄຍ.