ສະຫະລັດ ຂົ່ມຂູ່ ວ່າຈະຕອບໂຕ້ ພຽງຢາງ ດ້ວຍ ກຳລັງທະຫານ ຂະໜານໃຫຍ່.




ກອງທັບເກົາຫຼີໃຕ້ ໄດ້ຍິງລູກສອນໄຟ ຫຼາຍຊຸດ ເຂົ້າສູ່ທະເລຍີ່ປຸ່ນ ໃນການຊ້ອມລົບ ເມື່ອ ວັນຈັນ ມື້ນີ້ ເຊິ່ງໝາຍເຖິງການຈຳລອງຂອງການໂຈມຕີ ຕໍ່ສະຖານທີ່ ທົດລອງນິວເຄລຍ ຂອງເກົາຫຼີເໜືອ.



ລັດຖະມົນຕີປ້ອງກັນປະເທດ ທ່ານຈິມ ແມັດຕິສ, ຊ້າຍ, ຄຽງຂ້າງ ປະທານເສນາທິການຮ່ວມ ນາຍພົນ ໂຈເຊັບ ດັນຟອຣດ໌, ຂວາ, ກ່າວຖະແຫລງ ຕໍ່ບັນດາສະມາຊິກ ຂອງສື່ມວນຊົນ ຢູ່ນອກກ້ຳ West Wing ຂອງທຳນຽບ ຂາວ ໃນນະຄອນຫຼວງ ວໍຊິງຕັນ, ເມື່ອວັນອາທິດ ທີ 3 ກັນຍາ 2017, ກ່ຽວກັບ ວິກິດການ ໄພຂົ່ມຂູ່ດ້ານນິວເຄລຍ ຂອງ ເກົາຫຼີເໜືອ ທີ່ຂະຫຍາຍຂຶ້ນເລື້ອຍໆ.



ຜູ້ອຳນວຍການ ອົງການອຸຕຸນິຍົມວິທະຍາ ຂອງຍີ່ປຸ່ນ ພະແນກສັງເກດການ ແຜ່ນດິນໄຫວ ແລະ ຊູນາ ມິ ທ່ານToshiyuki Matsumori ຊີ້ໃສ່ຂໍ້ມູນເສັ້ນກຣາຟ ສະແດງ ການຊັ່ນສະເທືອນຂອງ ແຜ່ນດິນ ໃນແບບ ຄື້ນ ທີ່ໄດ້ສັງເກດເຫັນ ໃນຍີ່ປຸ່ນ ລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ອົງການດັ່ງກ່າວ ໃນນະຄອນຫຼວງ ໂຕກຽວ ຂອງຍ່ີ່ປຸ່ນ, ວັນທີ 3 ກັນຍາ 2017.


ການຊ້ອມລົບດັ່ງກ່າວ ໄດ້ມີຂຶ້ນ ໃນຂະນະທີ່ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ກຽມ ພ້ອມ ທີ່ຈະຈັດກອງປະຊຸມສຸກເສີນຂຶ້ນ ຕາມທີຫລັງ ໃນມື້ດຽວກັນນີ້ ເພື່ອ ປຶກສາຫາລື ກ່ຽວກັບ ການທົດລອງອາວຸດນິວເຄລຍ ຂອງເກົາຫຼີເໜືອ.

ໃນພາບນີ້ ສະໜອງໂດຍ ກະຊວງປ້ອງກັນປະເທດ ເກົາຫຼີໃຕ້ ສະແດງໃຫ້ເຫັນ ລູກສອນໄຟ ຂີປະນາວຸດ Hyunmoo II ທີ່ໄດ້ຖືກຍິງຂຶ້ນ ລະຫວ່າງການຊ້ອມລົບ ຢູ່ສະຖານທີ່ບໍ່ໄດ້ຖືກເປີດເຜີຍ ໃນເກົາຫຼີໃຕ້, ວັນທີ 4 ກັນຍາ 2017.


ກະຊວງປ້ອງກັນປະເທດ ເກົາຫຼີໃຕ້ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ຕົນໄດ້ກວດພົບສັນຍານ ຕ່າງໆ ທີ່ເກົາຫຼີ ເໜືອ ພວມກະກຽມການທົດລອງລູກສອນໄຟ ຂີປະນາວຸດຕື່ມອີກ. ກະຊວງນີ້ ຍັງໄດ້ປະກາດ ແຜນ ການ ທີ່ຈະສົ່ງ ລະບົບປ້ອງກັນ ລູກສອນໄຟ THAAD ອີກ 4 ເຄື່ອງ ໄປປະຈຳການ ເປັນການຊົ່ວຄາວ ໃນໄວໆນີ້.
Powered by Blogger.