ສະຫະລັດສະເໜີຢູເອັນອາຍັດຊັບສິນຜູ້ນໍາເກົາຫຼີເໜືອ


ສະຫະລັດສະເໜີຮ່າງແຜນຄວໍ່າບາດເກົາຫຼີເໜືອສະບັບໃໝ່ສູ່ການພິຈາລະນາຂອງຄະນະລັດຖະມົນຄວາມໝັ້ນຄົງແຫ່ງສະຫະປະຊາຊາດລວມເຖິງການຕັດການຊື້ຂາຍນໍ້າມັນແລະອາຍັດຊັບສິນຂອງ ຄິມ ຈອງ-ອຶນ



ສໍານັກຂ່າວຕ່າງປະເທດລາຍງານຈາກນິວຢອກ ປະເທດສະຫະລັດອາເມຣິກາ ໃວັນທີ່  ກັນຍາວ່າ ນາງ ນິກກີ່ ເຮລີຍ໌ ທູດສະຫະລັດປະຈໍາສະຫະປະຊາດຊາດ(ຢູເອັນ) ສະເໜີຮ່າງມາດຕາຄໍ່າບາດເກົາຫຼີເໜືອຄັ້ງໃຫຍ່ສູ່ການພິຈາລະນາສູ່ຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເພື່ອລົງໂທດລັດຖະບານປຽງຢາງ ທີ່ທົດສອບອາວຸດນິວເຄຣຍຄັ້ງທີ່  ເຊິ່ງເປັນຄັ້ງທີ່ລະເບີດມີອານຸພາບແຮງທີ່ສຸດດ້ວຍ ໃນວັນອາທິດທີ່ຜ່ານມາໂດຍ ເຮລີຍ໌ກ່າວດ້ວຍວ່າ ທ່ານຕ້ອງການໃຫ້ທີ່ປະຊຸມລົງມະຕິໃນວັນຈັນ 11 ກັນຍານີ້



ຍັງມີລາຍງານອີກວ່າມາດຕະການຄວໍ່າບາດລັດຖະບານປຽງຢາງຄັ້ງໃໝ່ຈະເປັນການພຸ່ງເປົ້ຈໍາກັດການຂາຍນໍ້າມັນລະຫວ່າງປະຊາຄົມໂລກກັບເກົາຫຼີເໜອ  ໂດຍຂໍ້ມູນເບື້ອງຕົ້ນລະບຸໄວ້ວ່າ ຈີນເປັນປະເທດທີ່ໃຫ້ຄວາມຊ່ວຍເຫຼືອເກົາຫຼີເໜືອໃນເລື່ອງນີ້ຫຼາຍທີ່ສຸດ ດ້ວຍສະຖິຕິການສົ່ງນໍ້າມັນດິບອອກສູ່ເກົາຫຼີເໜືອສະເລ່ຍປີລະ 500,000 ໂຕ່ນແລະຜະລິດຈາກປີໂຕລ່ຽມອີກປະມານ 200,000 ໂຕ່ນຕໍ່ປີ ຮອງລົງມາຄືຣັດເຊຍເຊິ່ງສົ່ງອອກນໍ້າມັນດິບໄປໃຫ້ເກົາຫຼີເໜືອປີໜື່ງປະມານ 40,000 ໂຕ່ນ




ແຜນການຄວໍ່າບາດສະຫະລັດມີຄວາມຍາວ 13 ໜ້າ ຍັງລວມໄປເຖິງການຈໍາກັດການສົ່ງອອກສິນຄ້າເສື້ອຜ້າສໍເລັດຮູບຂອງເກົາຫຼີເໜືອດ້ວຍ ແຕ່ເປັນໜ້າຕິດຕາມຫຼາຍທີ່ສຸດຄືການກຽມຕໍຂື້ນບັນຊີດໍາຄິມຈອງ-ອຶນແລະເຈົ້າໜ້ທີ່ລະດັບສູງຂອງເກົາຫຼີເໜືອອີກ 4 ຄົນ ໂດຍຈະອາຍັດຊັບສິນໃນຕ່າງປະເທດແລະຫ້າມເດີນທາງອອກນອອກປະເທດ ນອກຈາກນີ້ສາຍການບິນ ແອຄຣຢໍ,ກອງທັບປະຊາຊົນເກົາຫຼີແລະໜ່ວຍງານລັບອີກ 8 ແກ່ງຈະຢູ່ໃນບັນຊີເຊັ່ນດຽວກັນ
ຢູເອັນເອສຊີອອກມາດຕະການຄວໍ່າບາດເກົາຫຼີເໜືອມາແລ້ວ 8 ຄັ້ງ ນັບຕັ້ງແຕ່ການທົດສອບອາວຸດນິວເຄຣຍຄັ້ງທໍາອິດຂອງລັດຖະບານປຽງຢາງໃນປີ 2006 ແລະສະບັບລ່າສຸດໃນວັນທີ່ 5 ສິງຫາ ເພື່ອລົງໂທດເກົາຫຼີເໜືອທີ່ທົດສອບຂີປະນາວຸດ 2 ຄັ້ງໃນເດືອນກັນຍາ ໂດຍມຸ່ງເໜັ້ນການຈໍາກັດການສົ່ງອອກແຮ່ທາດແລະອາຫານທະເລທີ່ອາດສ້າງຄວາມເສຍຫາຍທາງເສດຖະກິດໃຫ້ແກ່ເກົາຫຼີເໜືອຫຼາຍເຖິງປີ 1,000 ລ້ານໂດລ່າສະຫະລັດ
ຄລິບປະກອບ: ARIRANG NEWS




Powered by Blogger.