ປະຊາຊົນຊາວເກົາຫຼີໃຕ້ປະທ້ວງລັດຖະບານຕິດຕັ້ງຖານຍິງຂີປະນາວຸດເພີ່ມອີກ.(ກົດຊົມຄລິບ)


ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ ປະເທດເກົາຫຼີໃຕ້ ໃນວັນທີ່ 7 ກັນຍາວ່າ ປະຊາຊົນໃນເມືອງຊອງຈູ ໃນແຂວງຄາຢອງຊັງເໜືອ ທາງຕາເວັນອອກຂອງເກົາຫຼີໃຕ້ ຊຸມນຸມປະທ້ວງຢ່າງໜັກຈົນເຕັມຖະໜົນໂຊຊອງ ເຊິ່ງເສັ້ນທາງສັນຈອນສາຍຫຼັກສາຍດຽວເທົ່ານັ້ນ ທີ່ສາມາດເຂົ້າສູ່ສະໜາມກັອບຂອງບໍລິສັດລ໊ອດເຕ ເພື່ດຂັດຂວາງເຈົ້າໜ້າທີ່ເກົາຫຼີໃຕ້ແລະສະຫະລັດນໍາຊີ່ສ່ວນຂອງຖານຍິງຍິງລະບົບປ້ອງກັນຂີປະນາງຸດເພດານບິນສູງ ທາດ ເຂົ້າໄປຕິດຕັ້ງພາຍໃນສະໜາມກັອບ ໂດຍບັນຍາກາດຮຸນແຮງຂຶ້ນມີການປະທະເປັນໄລຍະອລະຫວ່າງປະຊາຊົນກັບຕໍາຫຼວດປາບຈໍລະຈັນເຖິງ 8,000 ຄົນ ມີລາຍງານຜູ້ໄດ້ຮັບບາດເຈັບ 40 ຄົນ





ຂະນະທີ່ກະຊວງປ້ອງກັນປະເທດໃນກຸງໂຊອອກຖະແຫຼງການຢໍ້າວ່າການຕິດຕັ້ງລະບົບທາດເປັນສິ່ງຈໍາເປັນຕໍ່ຄວາມໝັ້ນຄົງຂອງເກົາຫຼີໃຕ້ ໃນການປ້ອງກັນອະທິປະໄຕຂອງປະເທດຈາກຂົ່ມຂູ່ຄຸດຄາມຂອງເກົາຫຼີເໜືອທີ່ຍິງຂີປະນາວຸດໄປແລ້ວເກືອບ 20 ຄັ້ງນັບແຕ່ຕົ້ນປີມາ ແລະທົດສອບລະເບີດນິວເຄຍໃນຄັ້ງທີ່6ໃນວັນທີ່3ກັນຍາທີ່ຜ່ານມາ ໂດຍການຕິດຕັ້ງຖານຍິງເພີ່ມອີກ 4 ຖານຈະເພີ່ມຈໍານວນຖານຍິງລະບົບຂີປະນາວຸດໃນສະໜາມກັອບແຫ່ງນີ້ເປັນຢ່າງໜ້ອຍ 6 ຖານແລ້ວ



ໃນເວລາດຽວກັນເກົາຫຼີເໜືອຈັດງານສະຫຼອງຄວາມສໍາຂອງການທົດສອບລະເບີດນິວເຄຣຍຄັ້ງລ່າສຸດ ທີ່ຈະຕຸລັດອິລ-ຊຸງ ໃນກຸງປຽງຢາງ ດ້ານທໍານຽບຂາວລາຍງານການສົນທະນາທາງໂທລະສັບເປັນເວລາ45 ນາທີລະຫວ່າງປະທານາທິບໍດີໂດນັລທຣໍາກັບປະທານາທິບໍດີສີ ຈິ້ຮໍນຜິງເຊິ່ງຜູ້ນໍາສະຫະລັດກ່າວດ້ວຍໝັ້ນໃຈວ່າຈະໄດ້ຮັບການສະໜັບສະໜູນຈາກຜູ້ນໍາຈີນໃນການຄວາມເຂັ້ມງວດຂອງມາດຕການຄວໍ່າບາດເກົາຫຼີເໜືອຄັ້ງໃໝ່ ທີ່ມີລາຍງານວ່າມຸ່ງເໜັ້ນການຈໍາກັດຂາຍນໍ້າມັນດິບແລະຜະລິດຕະພັນທີ່ກ່ຽວຂ້ອງກັບເກົາຫຼີເໜືອແລະອາຍັດຊັບສິນຂອງຄິມ ຈອງ-ອຶນ
ແນວໃດກໍ່ຕາມຈີນແລະຣັດເຊຍເປັນຜູ້ສະໜັບສະໜູນລາຍສໍາຄັນໃນການສົ່ງນໍ້າມັນດິບ ດ້ວຍສະຖິຕິການສົ່ງນໍ້າມັນດິບອອກສູ່ເກົາຫຼີເໜືອສະເລ່ຍປີລະ 500,000 ໂຕ່ນແລະຜະລິດຈາກປີໂຕລ່ຽມອີກປະມານ 200,000 ໂຕ່ນຕໍ່ປີ ຮອງລົງມາຄືຣັດເຊຍເຊິ່ງສົ່ງອອກນໍ້າມັນດິບໄປໃຫ້ເກົາຫຼີເໜືອປີໜື່ງປະມານ 40,000 ໂຕ່ນ  ໃນກໍລະນີ່ທີ່ຮ່າງມະຕິຄວໍ່າບາດບໍຜ່ານຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ກະຊວງການເງິນສະຫະລັດໄດ້ກຽມເອກະສານໃຫ້ທ່ານທຣໍາລົງນາມເພື່ອຄວໍ່າບາດປະເທດໃດກໍຕາມທີ່ຄ້າຂາຍກັບເກົາຫຼີເໜືອ
ຄລິບປະກອບ:


Powered by Blogger.