ຄວາມແຕກຕ່າງລະຫວ່າງພໍ່ລວຍ ກັບ ພໍ່ຈົນ ສອນລູກໃນເລື່ອງກ່ຽວກັບເງິນ.

ສະຫຼຸບເນື້ອຫາຈາກປຶ້ມ “ພໍ່ລວຍສອນລູກ” (Rich Dad Poor Dad) ຂອງ Robert Kiyosaki
ຕອນທີໜຶ່ງ ພໍ່ລວຍ-ພໍ່ຈົນ
ພໍ່ທັງສອງຂອງ ໂຣເບີດ ຄິໂຍຊາກິ ຕ່າງກໍເປັນຄົນດີທັງສອງ ມີຜູ້ເຄົາລົບນັບຖືຢ່າງຫຼວງຫຼາຍ ແຕ່ທັງສອງທ່ານມີຄຳສອນເລື່ອງການດຳລົງຊີວິດທີ່ແຕກຕ່າງກັນຄືດັ່ງນີ້..
ພໍ່ຈົນ: ຄວາມຮັກເງິນ ເປັນບໍ່ເກີດແຫ່ງຄວາມຊົ່ວຮ້າຍ
ພໍ່ລວຍ: ການຂາດເງິນ ເປັນບໍ່ເກີດແຫ່ງຄວາມຊົ່ວຮ້າຍ
ພໍ່ຈົນ: ຄົນລວຍຄວນເສຍພາສີຫຼາຍໆ ເພື່ອຊ່ວຍເຫຼືອຄົນຈົນ
ພໍ່ລວຍ: ພາສີລົງໂທດຄົນຂະຫຍັນ ໃຫ້ລາງວັນຄົນຂີ້ຄ້ານ
ພໍ່ຈົນ: ຕັ້ງໃຈຮຽນໃຫ້ເກັ່ງ ຈະໄດ້ເຮັດວຽກກັບບໍລິສັດທີ່ໝັ້ນຄົງ
ພໍ່ລວຍ: ຕັ້ງໃຈຮຽນໃຫ້ເກັ່ງໆ ຈະໄດ້ຊື້ບໍລິສັດທີ່ໝັ້ນຄົງ
ພໍ່ຈົນ: ພໍ່ບໍລວຍຍ້ອນພໍ່ມີລູກ
ພໍ່ລວຍ: ພໍ່ຕ້ອງລວຍຍ້ອນພໍ່ມີລູກ
ພໍ່ຈົນ: ຫ້າມເວົ້າເລື່ອງເງິນຕອນກິນອາຫານ
ພໍ່ລວຍ: ມັກລົມເລື່ອງເງິນຕອນກິນອາຫານ
ພໍ່ຈົນ: ເລື່ອງເງິນທອງຕ້ອງປອດໄພໄວ້ກ່ອນ
ພໍ່ລວຍ: ຕ້ອງຮູ້ຈັກວິທີຈັດການກັບຄວາມສ່ຽງ
ພໍ່ຈົນ: ບ້ານເປັນການລົງທຶນ ແລະ ຊັບສິນທີ່ໃຫຍ່ທີ່ສຸດ
ພໍ່ລວຍ: ບ້ານເປັນໜີ້ສິນທີ່ໃຫຍ່ທີ່ສຸດ ແລະ ບໍ່ແມ່ນການລົງທຶນ
ພໍ່ຈົນ: ຊຳລະໜີ້ເປັນອັນດັບທຳອິດ
ພໍ່ລວຍ: ຊຳລະໜີ້ເປັນອັນດັບສຸດທ້າຍ
ພໍ່ຈົນ: ປະຢັດເງິນເພື່ອສະສົມເງິນ
ພໍ່ລວຍ: ໃຊ້ເງິນເພື່ອການລົງທຶນ
ພໍ່ຈົນ: ສອນວິທີຂຽນປະຫວັດສ່ວນຕົວແນວໃດຈຶ່ງຈະໄດ້ວຽກເຮັດ
ພໍ່ລວຍ: ສອນວິທີຂຽນແຜນທຸລະກິດແນວໃດຈຶ່ງຈະສ້າງງານ
ພໍ່ຈົນ: ຊາດນີ້ບໍ່ມີວັນລວຍດອກ
ພໍ່ລວຍ: ຄົນລວຍເຂົາບໍ່ຄິດກັນແບບນັ້ນດອກ
ພໍ່ຈົນ: ເງິນບໍ່ແມ່ນສິ່ງສຳຄັນ
ພໍ່ລວຍ: ເງິນຄືອຳນາດ
ພໍ່ຈົນ: ຮຽນເພື່ອເຮັດວຽກໃຫ້ໄດ້ເງິນເດືອນສູງໆ
ພໍ່ລວຍ: ຮຽນເພື່ອຮູ້ວິທີໃຊ້ເງິນເຮັດວຽກໃຫ້ເຮົາ
ພໍ່ຈົນ: ພໍ່ບໍ່ເຮັດວຽກເພື່ອເງິນ
ພໍ່ລວຍ: ເງິນເຮັດວຽກໃຫ້ພໍ່