ໜ່ວຍຂ່າວກອງຊີ້! ຄິມ ຈອງ ອິນ ຜູ້ນຳໂສມແດງ ມີລູກຊາຍລັບໆ ເພື່ອລໍຖ້າສຶບທອດອຳນາດແລ້ວ.
ໜ່ວຍຂ່າວກອງເກົາຫຼີໃຕ້ລາຍງາຍວ່າ ຄິມ ຈອງ ອິນ ຜູ້ນຳໂສມແດງ ມີລູກຊາຍຢ່າງລັບໆ 2 ຄົນ ສຳລັບສອບທອດອຳນາດຕໍ່ແລ້ວ. ລູກຊາຍທີ່ຖືກວາງຕົວໄວ້ສຶບທອດອຳນາດນັ້ນເປັນລູກຊາຍກົກທີ່ເກີດໃນປີ 2010 ແລະ ຍັງມີອີກຄົນໜຶ່ງກ່ອນທີ່ ນາງ ລີ ໂຊລ ຈູ ໃຫ້ກຳເນີດລູກສາວເມື່ອເດືອນກຸມພາທີ່ຜ່ານມາ ແຕ່ບໍ່ໄດ້ມີການເຜີຍຊື່ທາຍາດທັງໝົດ.
ການສືບທອດອຳນາດທາງການເມືອງ ຂອງຜູ້ນຳເກົາຫຼີເໜືອ ຂະນະນີ້ ເປັນລຸ່ນທີ່ 3 ນັບຕັ້ງແຕ່ ຄິມ ອິນ ຊຸງ ບິດາແຫ່ງເກົາຫຼີເໜືອທີ່ກໍ່ຕັ້ງປະເທດເມື່ອປີ 1949 ແລະ ເປັນຜູ້ໃຫ້ກຳເນີດແນວຄິດ “ ຈູເຊ່ ” ຫຼື ການພຶ່ງພາຕົນເອງໃນທຸກໆດ້ານ ນຳໄປສູ່ການພັດທະນາແນວຄິດເປັນແບບລັດທິບູຊາບຸກຄົນ ເຮັດໃຫ້ຕະກູນ ຄິມ ເປັນຄືເທບພະເຈົ້າ ຂັດແຍ້ງກັບຫຼັກການຂອງການປົກຄອງລະບອບ ຄອມມູນິດ.